ທຸກ​ຂັ້ນ, ​ທຸກ​ຂະ​ແໜງ​ການ ຈັດ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ

(VOVWORLD) - ຕອນບ່າຍວັນທີ 19 ມັງກອນ, ທ່ານນາງ ຮອງປະທານປະເທດຫວຽດນາມ ຫວໍທິແອັງຊວັນ ພ້ອມດ້ວຍຄະນະປະຕິບັດງານ ສືບຕໍ່ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ ແມ່ ຫວຽດນາມ ວິລະຊົນ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ຂັ້ນແຂວງ ແລະ ກຳມະກອນຜູ້ອອກແຮງງານຢູ່ແຂວງ ຈ່າວິງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ.

  ໃນຕອນບ່າຍຂອງວັນດຽວກັນ, ຄະນະໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ 50 ຄົນ ຂອງບໍລິສັດ CY VINA ຈ່າວິງ ຈຳກັດຜູ້ດຽວ ຢູ່ເຂດອຸດສາຫະກຳ ລອງດຶກ, ນະຄອນ ຈ່າວິງ. ນະທີ່ນີ້, ທ່ານນາງຮອງປະທານປະເທດ ໃຫ້ຮູ້ວ່າ ພັກ ແລະ ລັດ ມີຫຼາຍແຜນນະໂຍບາຍ, ມາດຕະການເພື່ອຟື້ນຟູການພັດທະນາເສດຖະກິດສັງຄົມ, ໃນນັ້ນ ບັນດາວິສາຫະກິດ, ຜູ້ອອກແຮງງານ ແມ່ນກຸ່ມເປົ້າໝາຍທີ່ໄດ້ເອົາໃຈໃສ່ ແລະ ສ້າງເງື່ອນໄຂດີທີ່ສຸດ.

        ສ່ວນທ່ານ ໂງແຊັກທຶກ ຮອງປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ມອບຂອງຂວັນປີໃໝ່ໃຫ້ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ທີ່ພວມເຮັດວຽກຢູ່ຕາມເຂດອຸດສາຫະກຳແຂວງ ບັກຢາງ ແລະ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ ເຕິນອຽນ, ແຂວງ ບັກຢາງ.

        ເນື່ອງໃນໂອກາດນີ້, ສະມາຄົມປົກປ້ອງສິດທິເດັກ ຫວຽດນາມ ກໍໄດ້ຈັດລາຍການ “ບຸນປີໃໝ່ທີ່ອົບອຸ່ນໃຫ້ນ້ອງ” ປີ 2022 ມອບຂອງຂວັນ ແລະ ທຶນການສຶກສາໃຫ້ເດັກ 870 ຄົນ ເຊິ່ງເປັນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ເຂດພູດອຍພາກເໜືອ ຫວຽດນາມ ດ້ວຍມູນຄ່າທັງໝົດກວ່າ 940 ລ້ານດົ່ງ.

ວັນທີ 20 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຂາຍ ພ້ອມດ້ວຍຄະນະປະຕິບັດງານຂັ້ນສູນກາງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ,ຄອບຄົວທຸກຍາກ, ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ປະຊາຊົນໄດ້ຮັບຜົນສະທ້ອນຈາກໂລກລະບາດ ໂຄວິດ-19 ຢູ່ແຂວງເຊີນລາ. ກ່າວຄຳເຫັນທີ່ການເຮັດວຽກ ທ່ານຮອງນາຍົກລັດຖະມົນຕີ ເລມີງຂາຍ ຮຽກຮ້ອງໃຫ້ ແຂວງເຊີນລາ ຈື່ງສືບຕໍ່ມີບັນດາມາດຕະການຮັບມືກັບໂລກລະບາດຢ່າງມີໄຫວພິບ, ຍາດແຍ່ງເອົານະໂຍບາຍການຊ່ວຍເຫຼືອຂອງສູນກາງ, ຮັກສາການຜະລິດ, ປະຕິບັດບັນດາເປົ້າໝາຍ ເສດຖະກິດ-ສັງຄົມ, ໜຶ່ງໃນນັ້ນໂດຍສະເພາະແມ່ນຮັກສາສຸຂະພາບໃຫ້ແກ່ປະຊາຊົນ ແລະ ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ. ແຂວງເຊີນລາ ຄວນສືບຕໍ່ຜັນຂະຫຍາຍຍຸດທະສາດສັກວັກຊີນຕາມແຜນການໃຫ້ມີປະສິດທິຜົນ; ຮັບປະກັນສິນຄ້າທີ່ຈຳເປັນ ເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນໃນໄລຍະບຸນເຕັດປະຈຳຊາດ ໃຫ້ດີທີ່ສຸດ. ນອກຈາກນັ້ນ, ທ້ອງຖິ່ນຄວນສຸມແຫຼ່ງກຳລັງເພື່ອປະຕິບັດວຽກງານຜັນຂະຫຍາຍແຜນກຳນົດ, ກໍ່ສ້າງເສັ້ນທາງດ່ວນ ເຊີນລາ-ຮ່ວາບີ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ