ທິດນຳການທູດວັກຊິນ: ເປັນເຈົ້າການ, ສົມທົບກັນ, ປະດິດຄິດສ້າງ, ມີປະສິດທິຜົນ

(VOVWORLD) -ກອງປະຊຸມໄດ້ເປັນເອກະພາບບັນດາມາດຕະການສົມທົບກັນເພື່ອສືບຕໍ່ຍູ້ແຮງການທູດວັກຊິນໃນໄລຍະຈະມາເຖິງ ເພື່ອແນໃສ່ເປົ້າໝາຍສຳຜັດກັບວັກຊິນ, ຢາປິ່ນປົວຢ່າງໄວ
ທິດນຳການທູດວັກຊິນ: ເປັນເຈົ້າການ, ສົມທົບກັນ, ປະດິດຄິດສ້າງ, ມີປະສິດທິຜົນ - ảnh 1ທີ່ກອງປະຊຸມ
(ພາບ: TTXVN)

ຕອນບ່່າຍວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ໜ່ວຍປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ (ໜ່ວຍປະຕິບັດງານ), ໄດ້ຈັດກອງປະຊຸມຄັ້ງທຳອິດພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ, ຫົວໜ້າໜ່ວຍປະຕິບັດງານ. ກອງປະຊຸມໄດ້ເປັນເອກະພາບບັນດາມາດຕະການສົມທົບກັນເພື່ອສືບຕໍ່ຍູ້ແຮງການທູດວັກຊິນໃນໄລຍະຈະມາເຖິງ ເພື່ອແນໃສ່ເປົ້າໝາຍສຳຜັດກັບວັກຊິນ, ຢາປິ່ນປົວ ແລະ ເຄື່ອງອຸປະກອນຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໂດຍກົງຢ່າງໄວ, ຫຼາຍທີ່ສຸດ; ຍູ້ໄວທຸກຄວາມມານະພະຍາຍາມ, ປະຕິບັດໄວ, ຂ້ຽວຂາດ, ເພີ່ມທະວີການສົມທົບກັບລະຫວ່າງບັນດາກະຊວງ, ຂະແໜງການເພື່ອຂົນຂວາຍ, ຊຸກຍູ້ຜ່ານບັນດາຊ່ອງ 2 ຝ່າຍ ແລະ ຫຼາຍຝ່າຍ. ຕາມນັ້ນແລ້ວ, ຕ້ອງຖືການທູດວັກຊິນຄືດັ່ງ “ສະໜາມຮົບ” ສຳຄັນເພື່ອຜັນຂະຫຍາຍຍຸດທະສາດວັກຊິນເຊິ່ງລັດຖະບານໄດ້ວາງອອກຢ່າງມີໄຊ, ເພື່ອແນໃສ່ຄວບຄຸມໂລກລະບາດ, ນຳປະເທດຊາດກັບຄືນສູ່ສະພາບເປັນປົກກະຕິໃໝ່ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ