ທູດ​ພິ​ເສດ ສ​ປ​ຊ ກ່ຽກ​ກັບ ມຽນ​ມາ ໄປ​ຍັງ ໄທ

(VOVWORLD) -ວັນທີ 9 ເມສາ, ທ່ານນາງ Christine Schraner ທູດພິເສດຂອງ ສປຊ ກ່ຽວກັບ ມຽນມາ ໄປຍັງໄທ ດ້ວຍຄວາມຫວັງຈະມີບັນດາການຫາປຶກສາຫາລື ກັບບາງປະເທດໃນພາກພື້ນກ່ຽວກັບສະພາບການຢູ່ ມຽນມາ.

ຕາມຂໍ້ກຳນົດຂອງ ອຳນາດການປົກຄອງໄທແລ້ວ, ຍ້ອນວ່າ ກ່ອນທີ່ຈະໄປເຖິງໄທ ທ່ານນາງ Christine Schraner ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຈຳນວນ2 ເຂັ້ມແລ້ວ, ດັ່ງນັ້ນ ທ່ານນາງຈະຕ້ອງປະຕິບັດການແຍກຕົວໃນຮອບເວລາ 7 ວັນ. ພາຍຫຼັງສຳເລັດການແຍກຕົວ, ທ່ານນາງ Christine Schraner ຈະເລີ່ມຕົ້ນການພົບປະກັບເຈົ້າໜ້າທີ່ລັດຖະບານໄທບາງທ່ານ, ລວມມີ ທ່ານ Pramudwinai ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ໄທ ກັບບັນດາອົງການຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ