ທູດພິເສດຄົນໃໝ່ຂອງ ອາຊຽນ ກ່ຽວກັບບັນຫາ ມຽນມາ ຢ້ຽມຢາມ ມຽນມາ

(VOVWORLD) - ທ່ານ Min Aung Hlaing ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດ າຄວາມມານະພະຍາຍາມຂອງອຳນາດການປົກຄອງດ້ານການທະຫານ ມຽນມາ ເພື່ອປັບປຸງ, ຮັກສາສັນຕິພາບ
ທູດພິເສດຄົນໃໝ່ຂອງ ອາຊຽນ ກ່ຽວກັບບັນຫາ ມຽນມາ ຢ້ຽມຢາມ ມຽນມາ - ảnh 1ທູດພິເສດຄົນໃໝ່ຂອງ ອາຊຽນ ກ່ຽວກັບບັນຫາ ມຽນມາ ທ່ານ ອາລຸນແກ້ວ ກິດຕິຄຸນ ພົບປະກັບຜູ້ນຳໜ້າອຳນາດການປົກຄອງດ້ານການທະຫານ ມຽນມາ ທ່ານ Min Aung Hlaing
(ພາບ: Reuters)

        ວັນທີ 11 ມັງກອນ, ສື່ມວນຊົນແຫ່ງລັດ ມຽນມາ ໄດ້ໃຫ້ຂ່າວກ່ຽວກັບ ທູດພິເສດຄົນໃໝ່ຂອງ ອາຊຽນ ກ່ຽວກັບບັນຫາ ມຽນມາ ທ່ານ ອາລຸນແກ້ວ ກິດຕິຄຸນ, ໄດ້ໄປຢ້ຽມຢາມ ມຽນມາ, ພົບປະກັບຜູ້ນຳໜ້າ ອຳນາດການປົກຄອງດ້ານການທະຫານ ມຽນມາ ທ່ານ Min Aung Hlaing.

 ທີ່ການພົບປະ, ທ່ານ Min Aung Hlaing ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຄວາມມານະພະຍາຍາມ ຂອງອຳນາດການປົກຄອງດ້ານການທະຫານ ມຽນມາ ເພື່ອປັບປຸງ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການໄກ່ເກ່ຍປອງດອງຊາດຢູ່ມຽນມາ.

        ກ່ອນໜ້ານັ້ນ, ວັນທີ 10 ມັງກອນ, ທ່ານ ອາລຸນແກ້ວ ກິດຕິຄຸນ ກໍ່ໄດ້ເຂົ້າຮ່ວມການພົບປະກັບຜູ້ຕາງໜ້າ 5 ກຸ່ມປະກອບອາວຸດເຊື້ອຊາດຜິວພັນລົງນາມໃນຂໍ້ຕົກລົງຮ່ວມມືທົ່ວປະເທດ (NAC) ກັບລັດຖະບານ ມຽນມາ ກ່ອນນີ້. ກອງປະຊຸມແມ່ນເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມຊຸກຍູ້ການເຈລະຈາ ແລະ ອຸປະຖຳມະນຸດສະທຳຂອງ ອາຊຽນ ສະຫງວນໃຫ້ ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ