ທູດພິເສດສະຫະປະຊາຊາດ ເດີນທາງໄປຊອກຫາມາດຕະການໃຫ້ຊີຣີ

ທູດພິເສດສະຫະປະຊາຊາດ ເດີນທາງໄປຊອກຫາມາດຕະການໃຫ້ຊີຣີ - ảnh 1
ທະຫານຝ່າຍຄ້ານ ຊີຮີ
(ພາບ: Press TV)

(vovworld) – ທູ​ດ​ພິ​ເສດ​ສະຫະ​ປະຊາ​ຊາດ ​ແລະ ສະຫະພາບ ອາຣັບ ທ່ານ Lakhdar Brahimi ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ເຖິງ​ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ ​ແລະ ອາບຟຣີກາ ​ເໜືອ​ໃນ​ວັນ​ທີ 19/10, ​ເພື່ອ​​ແນ​ໃສ່​ຮຽກຮ້ອງ​ການ​ສະໜັບ​ສະ​ໜູນ​ຂອງ​ບັນດາ​ປະ​ເທດ​ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ ​ເຊີ​ແນວ ຄັ້ງ​ທີ 2 ກ່ຽວ​ກັບ ຊີຣີ.

    ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 18/10, ​ໂຄສົກ​ຂອງ​ທ່ານ Lakhdar Brahimi, ທ່ານ​ນາງ Khawla Mattar ​ໃຫ້​ຮູ້​ວ່າ: ປະ​ເທດ​ທຳ​ອິດ​ທີ່​ທ່ານ Lakhdar Brahimi ມາ​ຢ້ຽມຢາມ​ແມ່ນ ອີ​ຢິບ. ປະຈຸ​ບັນ, ກຳລັງ​ຝ່າຍ​ຄ້ານ ຊີຣີ ບໍ່​ທັນ​ຕັດສິນ​ໃຈ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ ​ເຊີ​ແນວ ຄັ້ງ​ທີ 2, ຄາດ​ວ່າ​ຈະ​ດຳ​ເນີນ​​ໃນ​ວັນ​ທີ 23 ​ແລະ 24/11 ຈະ​ມາ​ເຖິງ​ຢູ່​ນະຄອນ ​ເຊີ​ແນວ, ປະ​ເທດ​ສະ​ວິດ. ພັນທະ​ພາບຊົນ​ຊາດ ຝ່າຍ​ຄ້ານ ຊີຣີ ​ໄດ້​ຍົກ​ອອກ​ເງື່ອ​ນ​ໄຂ​ເມື່ອ​ເຂົ້າ​ຮ່ວມ​ຂອງ​ປະຊຸມ​ທີ່​ວ່າ: ລັດຖະບານ​ຂອງ​ທ່ານ​ປະ​ທາ​ນາ​ທິບໍດີ ຊີຣີ Bashar Al Assad ຈະ​ບໍ່​ມີປ່ອນ​ຢືນໃນ​ລັດຖະບານ​ໃນ​ອະນາຄົດ. ການ​ເຂົ້າ​ຮ່ວມ​ຂອງ ອີຣານ ທີ່​ກອງ​ປະຊຸມ​ຄັ້ງ​ນີ້​ກໍ່​ແມ່ນ​ບັນຫາ​ກໍ່​ຄວາມ​ຜິດ​ຖຽງ​ກັນ. ອາ​ເມ​ລິ​ກາ, ບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ກຳລັງ​ຝ່າຍ​ຄ້ານ ຊີຣີ ບໍ່​ຢາກ​ໃຫ້​ອີຣານ ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ໃນ​ຂະນະ​ທີ່ ລັດ​ເຊຍ ​ແລະ ຊີຣີ ຖື​ວ່າ: ດ້ວຍບົດບາດ​ສຳຄັນ​​ໃນ​ພາກ​ພື້ນ, ອີຣານ ພວມ​ມີສຽງ​ເວົ້າ​ໃນ​ກອງ​ປະຊຸມ ຊີຣີ ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ