ທູດພິເສດສະຫະປະຊາຊາດ ແລະ ສະຫະພັນອາຣັບ ໄປຍັງຊີຣີ

ທູດພິເສດສະຫະປະຊາຊາດ ແລະ ສະຫະພັນອາຣັບ ໄປຍັງຊີຣີ - ảnh 1
ທ່ານ Lakhdar Brahimi ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ (AL) ກ່ຽວ​ກັບ​ບັນຫາ ຊີຣີ
(ພາບ: AFP/TTXVN)

(vovworld) – ລັດຖະບານ ຊີຣີ ​ໃຫ້​ຮູ້​ວ່າ: ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ (AL) ກ່ຽວ​ກັບ​ບັນຫາ ຊີຣີ, ທ່ານ Lakhdar Brahimi, ​​ໄດ້​ໄປ​ຍັງ​ ດາ​ມາ​ກຸດ ​ໃນ​ວັນ​ທີ 28/10. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ປະຕິບັດ​ງານ​ຢູ່​ພາກ​ພື້ນຂອງ​ທູດ​ພິ​ເສດ​ທ່ານ​ນີ້ ​ເພື່ອ​​ແນ​ໃສ່​ຍາດ​​ເອົາການ​ສະໜັບສະໜູນ​ກັບ​ແຜນການ​ເຈລະຈາ​ສັນຕິພາບ ​ເຊີ​​ແນວ ຄັ້ງ​ທີ 2 ຕາມ​ຂໍ້​ລິ​ເລີ່​ມຂອງ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ. ທ່ານ Lakhdar Brahimi ຈະ​ມີ​ການ​ປຶກສາ​ຫາລື ຢູ່ ຊີຣີ ກ່ຽວ​ກັບ​ການ​ກະກຽມ​ໃຫ້​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ ຊີຣີ ຄັ້ງ​ທີ 2, ທີ່​ຄາດ​ວ່າ​ຈະ​ດຳ​ເນີນ​​ໃນ​ເດືອນ 11 ຢູ່ ສະ​ວິດ. ກ່ອນ​ທີ່​ໄປ​ ຊີຣີ, ທ່ານ Lakhdar Brahimi ກໍ່​​ໄປ​ປະຕິບັດ​ງານ​ຢູ່ ຕວກກີ, ຈໍ​ແດນ, ອີຣັກ, ອີ​ຢິບ, ຄູ​ເວດ ​ແລະ ກວາ​ຕາ. ທ່ານ Lakhdar Brahimi ພວມ​ຊຸກຍູ້​​ບັນດາ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ ຊີຣີ ​ແລະ ຝ່າຍ​ຄ້ານ​​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢູ່​ກອງ​ປະຊຸມ ​ເຊີ​ແນວ ຄັ້ງ​ທີ 2. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກ່ອນ​ການ​ຢ້ຽມຢາມ ຊີຣີ ຂອງ​ທ່ານ Lakhdar Brahimi, 19 ກຸ່ມ​ຊາວ​ມົດ​ສະ​ລິ​ມ​ໄດ້ລຸກ​ຮື້​ຂຶ້ນ​ເພື່ອ​​ໂຄ່ນ​ລົ້ມ​ປະທານາທິບໍດີ ຊີຣີ Bashar Al Assad ​ແລະອອກ​ຖະ​ແຫຼ​ງຄັດຄ້ານ​ກອງ​ປະຊຸມ ​ເຊີ​​ແນວ ຄັ້ງ​ທີ 2.

ຂ່າວ/ບົດ​ອື່ນ