ທູດພິເສດສະຫະປະຊາຊາດເລີ່ມດຳເນີນບັນດາການເຈລະຈາໃໝ່ກ່ຽວກັບລີບີ

(VOVWORLD) -ວັນທີ 26 ກັນຍາ, ທູດພິເສດສະຫະປະຊາຊາດກ່ຽວກັບລີບີ Ghassan Salame ໄດ້ເລີ່ມດຳເນີນບັນດາການເຈລະຈາຄັ້ງໃໝ່ລະຫວ່າງບັນດາຝ່າຍທີ່ເປັນປໍລະປັກກັນຢູ່ລີບີ

ທູດພິເສດສະຫະປະຊາຊາດເລີ່ມດຳເນີນບັນດາການເຈລະຈາໃໝ່ກ່ຽວກັບລີບີ - ảnh 1 ທູດພິເສດສະຫະປະຊາຊາດກ່ຽວກັບລີບີ Ghassan Salame

(ພາບ: AFP/TTXVN)

ຍັງບໍ່ທັນຮອດອາທິດໜຶ່ງ ພາຍຫຼັງປະກາດແຜນການເພື່ອຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 6 ປີຜ່ານມາຢູ່ປະເທດອາຟະລິກາເໜືອນີ້. ບັນດາການເຈລະຈາຄາດວ່າ ຈະແກ່ຍາວຮອດທ້າຍອາທິດນີ້, ເຊິ່ງໄດຈັດຕັ້ງຢູ່ເທດສະບານເມືອງ Gammarth, ຂອງ Tunisia. ກ່າວຄຳເຫັນໃນການປະຊຸມຂ່າວ, ທ່ານ Salame ຢືນຢັນວ່າ, ຖ້າຫາກເຫັນດີກັບແຜນການດັ່ງກ່າວ, ບັນດາຝ່າຍທີ່ເປັນປໍລະປັກກັນຢູ່ລີບີ ອາດສາມາດຍົກອອກສັນຍານຢ່າງແຮງກ່ຽວກັບແງ່ຫວັງຮ່ວມມືກັບບັນດາພາກສ່ວນທີ່ຍັງເຫຼືອ. ທ່ານ Salame ສະແດງຄວາມເຊື່ອໝັ້ນວ່າ, ລີບີ ອາດຈະຈັດຕັ້ງບັນດາການເລືອກຕັ້ງສະພາແຫ່ງຊາດ ແລະ ປະທານາທິບໍດີໃນເດືອນ ກໍລະກົດ 2018.

ຕອບກັບ

ຂ່າວ/ບົດ​ອື່ນ