ທູດຫວຽດນາມກ່າວຄວາມເຫັນທີ່ກອງປະຊຸມ ສປຊ ກ່ຽວກັບສົນທິສັນຍາຊື້ ຂາຍອາວຸດທຳມະດາ

ທູດຫວຽດນາມກ່າວຄວາມເຫັນທີ່ກອງປະຊຸມ ສປຊ ກ່ຽວກັບສົນທິສັນຍາຊື້ ຂາຍອາວຸດທຳມະດາ - ảnh 1
( ພາບປະກອບ )

(vovwold) - ວັນ​ທີ 9/7, ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ (ສປຊ) ກ່ຽວ​ກັບ​ສົນທິສັນຍາ​ຊື້​ຂາຍ​ອາວຸດ​ທຳ​ມະ​ດາ (ATT) ທີ່​ພວມ​ດຳ​ເນີນ​ຢູ່​ສຳນັກງານ ສປຊ , ທ່ານ​ທູດ Le Hoai Trung ​ໄດ້​ເນັ້ນ​ໜັກ​ເຖິງ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ສະໜັບສະໜູນ​ບັນດາ​ຄຳ​ໝັ້ນ​ສັນຍາ​ປະຕິບັດ ພ້ອມ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ສາກົນ ​ເພື່ອ​ຈຸດໝາຍ​ຫຼຸດຜ່ອນ​ກຳລັງ​ປະກອບອາວຸດ ​ແລະ ກວດກາ​ອາວຸດ, ​ໃນ​ນັ້ນ​ມີ​ເລື່ອງ​ສະກັດ​ກັ້ນ​ການ​ນຳ​ໃຊ້​ອະ​ວຸດ​ທຳ​ມະ​ດາ​ເກີນ​ລະດັບ ​ແລະ ສະກັດ​ກັ້ນ​ການ​ມອບ​ໂອນ​ອາວຸດ​ຢ່າງ​ຜິດ​ກົດໝາຍ. ຫວຽດນາມ​ສະໜັບສະ ໜູນ ​ແລະ ​ເຂົ້າ​ຮ່ວມ​​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ໂລກຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​, ມຸ່ງ​ໄປ​ເຖິງ​ກົນ​ໄກ​ສາກົນ​ປັບປຸງ​ການ​ເຄື່ອນ​ໄຫວ​ມອບ​ໂອນ​ອາວຸດ​ສາກົນ​ຄື​ດັ່ງ​ໄດ້​ລະບຸ​ໄວ້​ໃນ​ມະຕິ 64/48 ຂອງ​ສະມັດຊາ​ໃຫຍ່​ ສປຊ. ຕາມ​ທ່ານທ່ານ​ທູດ Le Hoai Trung ​ແລ້ວ, ​ໂດຍ​ແມ່ນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ, ຫວຽດນາມ​ຈະ​ເຂົ້າ​ຮ່ວມ​, ​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ ​ດ້ວຍ​ລັກສະນະ​ສ້າງສັນ, ​ພ້ອມ​ກັບປະ​ເທດ​ຕ່າງໆ​ສູ້​ຊົນ​ເພື່ອ​ເອກະສານ​ນິຕິ​ກຳ​ສາກົນທີ່​ມີ​ລັກສະນະບັງຄັບ, ​ແນ​ໃສ່​ຈຳກັດ​ຜົນ​ຮ້າຍ​ຕ່າງໆ​ຈາກ​ສະພາບ​ການ​ມອບ​ໂອນ​ອາວຸດ​ທຳ​ມະ​ດາ​ຢ່າງ​ຜິດ​ກົດໝາຍ.

ຂ່າວ/ບົດ​ອື່ນ