ທິມບານເຕະ Futsal ຍິງ ຫວຽດນາມ ສາມາດ ເຂົ້າແຂ່ງຂັນຮອບຮອງຊະນະເລີດ Futsal ຍິງ ອາຊີ 2018

(VOVWORLD) - ໂດຍຍາດໄດ້ໄຊຊະນະຕໍ່ ມາເລເຊຍ ດ້ວຍ 3 ປະຕູຕໍ່ 1 ໃນນັດສຸດທ້າຍຂອງການແຂ່ງຂັນສາຍ B ທີ່ໄດ້ຈັດຂຶ້ນໃນວັນທີ 06 ພຶດສະພາ,
ທິມບານເຕະ Futsal ຍິງ ຫວຽດນາມ ສາມາດ ເຂົ້າແຂ່ງຂັນຮອບຮອງຊະນະເລີດ Futsal ຍິງ ອາຊີ 2018 - ảnh 1 ທິມບານເຕະ Futsal ຍິງ ຫວຽດນາມ (ພາບ: qdnd.vn)

ທິມບານເຕະ Futsal ຍິງ ຫວຽດນາມ ໄດ້ເຂົ້າຮອບຮອງຊະນະເລີດ Futsal ຍິງ ອາຊີ 2018 ດ້ວຍອັນດັບ 1 ຂອງສາຍ B. ເມື່ອຕີລາຄາກ່ຽວກັບການແຂ່ງຂັນ, ຄູຝຶກທິມ Futsal ຍິງ ຫວຽດນາມ ເຈືອງກວກຕ໋ວນ ຖືວ່າ:

        “ນີ້ແມ່ນໄຊຊະນະທີ່ສົມກັບຄວາມສາມາດຂອງທິມບານເຕະ Futsal ຍິງ ຫວຽດນາມ, ຍ້ອນວ່າ ທິມໄດ້ແຂ່ງຂັນດີ ແລະ ປະຕິບັດຕາມຍຸດທະວິທີຂອງຄະນະຄູຝຶກ. ກ່ອນທີ່ຈະເຂົ້າການແຂ່ງຂັນ, ຄະນະຄູຝຶກໄດ້ຕັກເຕືອນບັນດານັກກິລາວ່າ ທິມ ມາເລເຊຍ ຕ້ອງຍິງໃຫ້ໄດ້ 2 ປະຕູຈຶ່ງສາມາດເຂົ້າຮອບຮອງຊະນະເລີດ, ໃນຂະນະທີ່ທິມ ຫວຽດນາມ ພຽງແຕ່ຕ້ອງການໝາກຜົນສະເໝີກັນ ຫຼື ເສຍ 1 ປະຕູກໍ່ສາມາດເຂົ້າຮອບຮອງຊະນະເລີດໄດ້”.

        ທີ່ຮອບຮອງຊະນະເລີດ, ທິມບານເຕະ Futsal ຍິງ ຫວຽດນາມ ຈະແຂ່ງຂັນກັບທິມ ອິນໂດເນເຊຍ ໃນວັນທີ 09 ພຶດສະພາ ຢູ່ສະໜາມກິລາໃນຮົ່ມ ບາງກອກ ເອເຣນາ, ປະເທດໄທ.

ຕອບກັບ

ຂ່າວ/ບົດ​ອື່ນ