ທົ່ວປະເທດພ້ອມກັບເບິ່ງແຍງດູແລບຸນເຕັດໃຫ້ແກ່ປະຊາຊົນ

(VOVWORLD) -ທ່ານນາງ ເຈືອງທິມາຍ ປາດຖະໜາວ່າ ແຂວງ ດ້ຽນບຽນ ຄວນເອົາໃຈໃສ່ເຖິງວຽກງານລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງກວ່າອີກ
ທົ່ວປະເທດພ້ອມກັບເບິ່ງແຍງດູແລບຸນເຕັດໃຫ້ແກ່ປະຊາຊົນ - ảnh 1ທ່ານນາງຫົວໜ້າຄະນະຈັດຕັ້ງສູນກາງພັກ ເຈືອງທິມາຍ ເຮັດວຽກກັບແຂວງ ດ້ຽນບຽນ
(ພາບ: TTXVN)

ວັນທີ 27 ມັງກອນ, ທ່ານນາງຫົວໜ້າຄະນະຈັດຕັ້ງສູນກາງພັກ ເຈືອງທິມາຍ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ເຮັດວຽກກັບແຂວງ ດ້ຽນບຽນ. ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ ດ້ຽນບຽນ, ທ່ານນາງ ເຈືອງທິມາຍ ປາດຖະໜາວ່າ ແຂວງ ດ້ຽນບຽນ ຄວນເອົາໃຈໃສ່ເຖິງວຽກງານລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງກວ່າອີກ, ປ່ຽນແປງບັນດານະໂຍບາຍລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກຢ່າງຮອບດ້ານ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ.

        ໃນວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫວູຮ່ວາຍບັກ, ຫົວໜ້າຄະນະພຸດທະສາສະໜາລັດຖະບານ, ໄດ້ໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດຢູ່ ຫ້ອງການ 2 ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ແລະ ສຳນັກສັງຄະລາດໃຫຍ່ເຂດນະຄອນ ໂຮ່ຈີມິນ. ການນຳຄະນະພຸດທະສາສະໜາລັດຖະບານ ເຊື່ອໝັ້ນວ່າ, ບັນດາຜູ້ມີຍົດສັກຕຳແໜ່ງໃນສະພາບໍລິຫານງານ ຈະສືບຕໍ່ຊີ້ນຳການຈັດກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາບັນດາແຂວງ, ນະຄອນໃຫ້ສຳເລັດ ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

        ຕອນບ່າຍວັນທີ 27 ມັງກອນ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ, ໄດ້ໄປອວຍພອນບຸນເຕັດຜູ້ອອກແຮງງານຢູ່ເຂດອຸດສາຫະກຳ ທັງລອງ ແລະ ສູນການແພດເມືອງ ດົງແອັງ.

        ຢູ່ນະຄອນ ໂຮ່ຈີມິນ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ບໍລິສັດນ້ຳຫວານ Suntory PepsiCo Viet Nam ຈຳກັດ ໄດ້ສົມທົບກັນຈັດລາຍການ “ນຳເອົາບຸນເຕັດກັບເມືອເຮືອນ” ປີ 2022. ລາຍການໄດ້ໜູນຊ່ວຍນັກສຶກສາ, ຊາວໜຸ່ມ, ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ໃນບໍລິເວນນະຄອນ ໄດ້ກັບເມືອຕ້ອນຮັບບຸນເຕັດຢູ່ບ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ