ທົ່ວປະເທດລາວເລີ່ມສະຫລອງບຸນກຸດສົງການປີໃໝ່ລາວ ພສ 2562 ຢ່າງຟົດຟື້ນ ແລະ ມີຄວາມຫມາຍດີ

(VOVWORLD) -ໃນວັນທີ 14 ເມສາ 2019 ເຊິ່ງເປັນມື້ທໍາອິດ ຫລື ເອີນວ່າມື້ສັງຂານລ່ວງນັ້ນ, ຢູ່ຕາມວັດວາອາຮາມຕ່າງໆໃນນະຄອນຫລວງວຽງຈັນ ກໍ່ຄື ໃນຂອບເຂດທົ່ວປະເທດ ໄດ້ມີພິທີສໍາຄັນທາງສາສະໜາທີ່ເຄີຍປະຕິບັດກັນມາໃນແຕ່ລະປີຕັ້ງແຕ່ເວລາດົນນານ. 
ທົ່ວປະເທດລາວເລີ່ມສະຫລອງບຸນກຸດສົງການປີໃໝ່ລາວ ພສ 2562 ຢ່າງຟົດຟື້ນ ແລະ ມີຄວາມຫມາຍດີ - ảnh 1  ອອກຕົນຍາດໂຍມຊາວນະຄອນຫລວງວຽງຈັນ ແລະ ຕ່າງແຂວງ, ບັນດາແຂກທັງພາຍໃນ ແລະ ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຫົດສົງພະ

ຕອນເຊົ້າ, ບາງຄອບຄົວກໍ່ຈັດພິທີຕັກບາດຢາດນໍ້າບາສີສູ່ຂວັນ, ອວຍພອນໄຊ ໃຫ້ກັນແລະກັນ; ສ່ວນຕອນບ່າຍ, ຢູ່ຕາມວັດວາອາຮາມຕ່າງໆ, ຍັງໄດ້ອັງເຊີນພະພຸດທະຮູບລົງມາເພື່ອໃຫ້ອອກຕົນຍາດໂຍມ ໄປຫົດສົງດ້ວຍນໍ້າອົບນໍ້າຫອມ, ໂດຍສະເພາະ ຢູ່ວັດທາດຫລວງເໜືອ ນະຄອນຫລວງວຽງຈັນ ແມ່ນໄດ້ຈັດພິທີອັງເຊີນພະພຸດທະຮູບທອງຄໍາສຸວັນນະສາທານ ທໍາມິກະລາດ ຫລື ພະເຈົ້າ ອົງຄໍາ ທີ່ປະດິດສະຖານ ຢູ່ເທີງອົງພະທາດຫລວງວຽງຈັນ ລົງມາຫົດສົງ ຢູ່ບໍລິເວນກົມມະລຽນພະທາດຫລວງດ້ານໃນ ມີທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍອອກຕົນຍາດໂຍມຊາວນະຄອນຫລວງວຽງຈັນ ແລະ ຕ່າງແຂວງ, ບັນດາແຂກທັງພາຍໃນ ແລະ ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຫົດສົງພະດ້ວຍນໍ້າອົບນໍ້າຫອມ ເຊັ່ນດຽວກັນ. ສ່ວນໃນວັນທີ 15 ເມສາ 2019, ເຊິ່ງເປັນມື້ວັນເນົາ ແລະ ວັນທີ 16 ເມສາ ເປັນມື້ສັງຂານຂຶ້ນນັ້ນ, ກິດຈະກໍາທີ່ຊາວພຸດລາວນິຍົມປະຕິບັດເປັນປະເພນີ ກໍ່ແມ່ນການບາສີສູ່ຂວັນ ຫົດສົງຜູ້ອາວຸໂສ, ແລະ ຫົດສົງໝູ່ເພື່ອນ ເພື່ອອວຍພອນເຊິ່ງກັນ ແລະ ກັນ ແລະ ຈັດກິດຈະກໍາການຫລິ້ນຕ່າງໆ, ໄປຢ້ຽມຢາມໝູ່ເພື່ອນ ຫລື ໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ ແລະ ຫົດສົງພະພຸດທະຮູບ. ສໍາລັບຢູ່ນະຄອນຫລວງພະບາງປີນີ້ ເຊິ່ງເປັນປີທ່ອງທ່ຽວລາວ-ຈີນ ຈະມີການຈັດຫລາຍກິດຈະກໍາ ເພື່ອເປັນການສະເຫລີມສະຫລອງ, ໂດຍຈະດໍາເນີນໄປຈົນຮອດວັນທີ 20 ເມສາ 2019

ຕອບກັບ

ຂ່າວ/ບົດ​ອື່ນ