ທົ່ວປະເທດສືບຕໍ່ບໍລິຈາກ, ມຸ່ງຫາປະຊາຊົນພາກກາງ

ທົ່ວປະເທດສືບຕໍ່ບໍລິຈາກ, ມຸ່ງຫາປະຊາຊົນພາກກາງ - ảnh 1
ການ​ນຳນະ​ຄອນ ດ່ານັ້ງ ບໍ​ລິ​ຈາກ​ເງິນ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ພາກ​ກາງ
(ພາບ: Văn Sơn/TTXVN)

(vovworld) - ວັນ​ທີ 21/10, ປະຊາຊົນ​ທົ່ວ​ປະ​ເທດ​ສືບ​ຕໍ່​ບໍລິຈາກ​ເງິນ​ເພື່ອ​ສະໜັບສະໜູນ​ປະຊາຊົນ​ພາກ​ກາງ - ​ແຫ່ງ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ມົນ​ລະ​ພິດ ​ແລະ ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ນ້ຳ​ຖ້ວມ.

ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍິນ, ປະທານ ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຮັບ​ເອົາ​ຈຳນວນ​ເງິນ​ສະໜັບສະໜູນ​ຈາກ​ບາງ​ກະຊວງ, ຂະ​ແໜງ​ການ ​ແລະ ສ່ວນ​ບຸກຄົນທີ່​ຝາກ​ເຖິງ​ປະຊາຊົນ​ພາກ​ກາງ​ທີ່​ຖືກ​ຜົນ​ຮ້າຍ​ຈາກ​ພາຍຸ​ນຳ້​ແກ່ງ. ພາຍຫຼັງ 5 ວັນ​ແຫ່ງ​ການ​ປຸກລະດົມ, ​ແຕ່​ວັນ​ທີ 17/10 ມາ​ຮອດ​ປະຈຸ​ບັນ, ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ​ໄດ້​ຮັບ​ຈຳນວນ​ເງິນ​ສະໜັບສະໜູນ​ກວ່າ 4 ຕື້​ດົ່ງ.

ຕຳຫຼວດ​ແຂວງ​ກວາງ​ນາມ​ກໍ່​ຈັດ​ຕັ້ງ​ການ​ບໍລິຈາກ​ເງິນ​, ຜູ້​ລະ​ບໍລິຈາກ​ເງິນ​ເດືອນ 1 ວັນ. ຈຳນວນ​ເງິນ​ທີ່​ບໍລິຈາກ​ໄດ້​ແມ່ນ 150 ລ້ານ​ດົ່ງ, ຕຳຫຼວດ​ແຂວງ ກວາງ​ນາມ​ໄດ້​ມອບ​ໃຫ້ ຄະນະ​ກຳມະການ​ ​ແນວ​ໂຮມ​ປະ​ເທດ​ຊາດ ​ແຂວງ​ເພື່ອ​ສົ່ງ​ເຖິງ​ປະຊາຊົນ​ບັນດາ​ແຂວງ​ທິດ​ເໜືອ​ຂອງພາກ​ກາງ.

​ແລະ​ກໍ່​ໃນ​ວັນ​ທີ 21/10, ​ແຂວງ ​ເຫົ້າຢາງ​ ກໍ່​ຈັດ​ພິທີປຸກລະດົມການ​ບໍລິຈາກ​ເງິນ​ສະໜັບສະໜູນ​ປະຊາຊົນ​ປະສົບ​ໄພ​ທຳ​ມະ​ຊາດ​ຢູ່​ພາກ​ກາງ. ​ໃນ​ພິທີ, ທາງ​ແຂວງ​ໄດ້​ຮັບ​ຈຳນວນ​ເງິນ​ບໍລິຈາກ​ກວ່າ 120 ລ້ານ​ດົ່ງ. ຄະນະ​ກຳມະການແນວ​ໂຮມ​ປະ​ເທດ​ຊາດ ​ແຂວງ ​ເຫົ້າຢາງ ຈະ​ສືບ​ຕໍ່​​ເປັນ​ບ່ອນ​ຮັບ​ຈຳນວນ​ເງິນ​ບໍລິຈາກ​ສະໜັບສະໜູນ​ປະຊາຊົນ​ພາກ​ກາງ​ເຖິງໝົດ​ເດືອນ 11/2016.


ຂ່າວ/ບົດ​ອື່ນ