ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 147 ລ້ານຄົນ

(VOVWORLD) - ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 25 ເມສາ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 147 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 3,11 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 32,7 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 585.700 ຄົນ. ໃນວັນທີ 24 ເມສາ, ອາເມລິກາ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກກ່ວາ 42.100 ຄົນ.

ຢູ່ອິນເດຍ - ສະຖານທີ່ເກີດໂລກລະບາດໂຄວິດ - 19 ໃຫຍ່ອັນດັບທີ 2 ຂອງໂລກ, ຊຶ່ງມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 16,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 192.300 ຄົນ. ນີ້ແມ່ນຈຳນວນຕົວເລກສູງທີ່ສຸດນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ປະເທດນີ້.

ແລະກໍ່ໃນວັນດຽວກັນ, ລາວໄດ້ຢັ້ງຢືນວ່າ ປະເທດນີ້ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 88 ຄົນ, ໃນນັ້ນມີ 84 ຄົນ ຢູ່ ວຽງຈັນ, 2 ຄົນ ຢູ່ຈຳປາສັກ, 2 ຄົນ ຢູ່ບໍແກ້ວ. ນີ້ແມ່ນວັນທີ 2 ຢ່າງລຽນຕິດ ລາວ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກຢູ່ລະດັບ 2 ຕົວເລກ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ບັນດາຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກນີ້ ລ້ວນແຕ່ໄດ້ຕິດເຊື້ອໃນຊຸມຊົນ ໃນນັ້ນມີ ເດັກນ້ອຍ, ດ້ວຍສະຖານທີ່ເກີດໂລກລະບາດໂຄວິດ - 19 ຍັງແມ່ນ ນະຄອນຫຼວງວຽນຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ