ທ້ອງຖິ່ນຕ່າງໆຈັດຕັ້ງພິທີສະເຫຼີມສະຫຼອງວັນສາກົນເພື່ອຄົນພິການ

ທ້ອງຖິ່ນຕ່າງໆຈັດຕັ້ງພິທີສະເຫຼີມສະຫຼອງວັນສາກົນເພື່ອຄົນພິການ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 03/12, ​ແມ່ນ​ວັນ​ສາກົນ​ເພື່ອ​ຄົນ​ພິການ. ​ເນື່ອງ​ໃນ​ໂອກາດ​ນີ້, ວັນ​ທີ 02/12, ຢູ່​ນະຄອນ​ເກີນ​ເທີ ​ໄດ້​ຈັດການ​​ແນ​ະນຳ​ວຽກ​​ເຮັດ​ງານ​ທຳ​ໃຫ້​ຄົນ​ພິການ​ໃນ​ບໍລິ​ເວນ​ນະຄອນ. ການ​​ແນ​ະນຳ​ວຽກ​​ເຮັດ​ງານ​ທຳ​ໄດ້​ດຶງ​ດູດ​ຜູ້​ທີ່​ພວມ​ຊອກຫາ​ວຽກ​ເຮັດ​ງານ​ທຳ​ປະມານ 200 ຄົນເຂົ້າ​ຮ່ວມ. ທີ່ການ​​ແນ​ະນຳ​ວຽກ​​ເຮັດ​ງານ​ທຳ, ຄົນ​ພິການ​ຫຼາຍ​ຄົນ​ສາມາດ​ຊອກ​ຫາ​ໄດ້​ວຽກ​ເຮັດ​ງານ​ທຳ​ທີ່​ເໝາະ​ສົມ ຫຼື ຈົດ​ທະບຽນ​ເຂົ້າ​ຮ່ວມ​ບັນດາ​ການ​ບຳລຸງ​ສ້າງ​ວິສາ​ຊີບ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນຢູ່ແຂວງ​ບາກ​ລຽວ, ​ທາງ​ແຂວງ​ໄດ້​ຈັດ​ພິທີ​ຍ້ອງຍໍຊົມ​ເຊີຍ “ຄົນ​ພິການ​ດີ​ເດັ່ນ​” ປີ 2014. ມີ​ຜູ້​ແທນ​ກວ່າ 100 ຄົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ເຊິ່ງ​ແມ່ນ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ທະຫານ​ຜູ້​ຖືກ​ບາດ​ເຈັບ, ​ແມ່ຍິງ, ​ໄວ​ໜຸ່ມ…

ຂ່າວ/ບົດ​ອື່ນ