ທ້ອງຖິ່ນຕ່າງໆຈັດພິທີສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດຫວຽດນາມ

ທ້ອງຖິ່ນຕ່າງໆຈັດພິທີສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດຫວຽດນາມ - ảnh 1
(ງານ​ພົບ​ປະ​ສ້າງ​ສັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລຸ້ມ​ຕ່າງໆ)

(vovworld) –​ ວັນ​ທີ 31/12, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ​ບັກ​ຢາງ ໄດ້​ຈັດ​ງານ​ພົບ​ປະ​ສ້າງ​ສັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລຸ້ມ​ຕ່າງໆ, ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະ​ຫຼອງ 70 ປີແຫ່ງວັນ​ເລືອກ​ຕັ້ງ​ທົ່​ວ​ປະ​ເທດ​ຫວ​ຽດ​ນາມ​ (06/01/1946 – 06/01/2015). ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດ​ຊ​າດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ, ພິ​ທີສະ​ເຫຼີມ​ສະ​ຫຼອງ 70 ປີແຫ່ງວັນ​ເລືອກ​ຕັ້ງ​ທົ່​ວ​ປະ​ເທດ​ຫວ​ຽດ​ນາມ​ ແມ່ນ​ໂອ​ກາ​ດ​ເພື່ອ​ຫວນ​ຄື​ນ, ມີ​ຄວາມ​ເອກ​ອ້າງ​​ທະ​ນົງ​ໃຈ​ຕໍ່​ໄລ​ຍະ​​ທາງປະ​ຫວັດ​ສາດ​ທີ່​ສະ​ຫ​ງ່າ​ອົງ​ອາດ​ຂອງ​ຊາດ, ​ມີ​ຄວາມເຂົ້າ​ໃຈ​ບັນ​ດາ​ຜົນ​ງ​ານ​ໃນ​ການ​ເຄື່ອນ​ໄຫວ​ຂ​ອງ​ສະ​ພາ​ແຫ່ງ​ຊາດກວ່າ​ອີກ, ພ້ອມ​ທັງ​ເຫັນໄດ້​​ບັນ​ດາ​ວຽກ​ງານທີ່​​ຈະຕ້ອງ​ເຮັດ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດ​ຊ​າດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຂວງ ຮ່າ​ບັກ - ຮ່າ​ຢາງ ຜ່ານ​ໄລ​ຍະ​ຕ່າງໆ ເພື່ອປະ​ກອບ​ສ່ວນ​ກໍ່​ສ້າງ​ແຂວງ ບັກ​ຢາງ ແລະ ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຮ່າ​ຢາງ, ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ມາ​ຢ້ຽມ​ຢາມ​ນະ​ຄ​ອນ​ຫຼວງ​ຮ່າ​ໂນ້ຍ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ແຈ້ງ​ໃຫ້​ຄະ​ນະ​ຊາບ​ກ່ຽວ​ກັບ​ບັນ​ດາ​ການ​ປ່ຽນ​ໃໝ່​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ກ່ຽວ​ກັບ​ວຽກ​ງານ​ນິ​ຕິ​ບັນ​ຍັດ, ການຕ​ິດ​ຕ​າມກວດ​ກາ ແລະ ​ການຕ​ົກ​ລົງ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​, ໂດຍ​ສະ​ເພາະ​ແມ່ນ​ເລື່ອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກາດ​ໃຊ້​ຫຼາຍ​ກົດ​ໝາຍ, ປະ​ມວນ​ກົດ​ໝາຍ​ສຳ​ຄັນ, ຫັນ​ເປັນ​ບັນ​ດາ​​ຂໍ້​ຕົກ​ລົງ​ໃນ​ລັດ​ຖະ​ທຳ​ມະ​ນູນ 2013 ເ​ປັນ​ລະ​ບອບ​ກົດ​ໝາຍ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ປາດ​ຖະ​ໜາ​ວ່າ, ບັນ​ດາ​ອະ​ດີດສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວ​ງ​ຮ່າ​ຢາງ ​​ຜ່ານ​ໄລ​ຍະ​ຕ່າງໆຈະ​ສືບ​ຕໍ່​ມີ​ຄຳ​ສະ​ເໜີ​ແນະ, ປະ​ກອບ​ສ່ວນ​ຢ່າງຖືກ​ຕ້ອງ, ແທດ​ຈິງ ​ເຂົ້າ​ໃນ​ການ​ປັບ​ປຸງ​ລະ​ບອບ​ກົດ​ໝາຍ, ນະ​ໂຍ​ບາຍຂອ​ງ​ພັກ ແລະ ລັດ.

ຂ່າວ/ບົດ​ອື່ນ