ທ່ອງທ່ຽວຂຽວ-ທ່າອ່ຽງພັດທະນາແບບຍືນຍົງ,ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ

(VOVWORLD) -ເວທີປາໄສທ່ອງທ່ຽວຂຽວຖືກຈັດຂຶ້ນໃນຕອນບ່າຍວັນທີ 27 ມີນາ, ຢູ່ຮ່າໂນ້ຍ ເຊິ່ງນອນໃນຂອບເຂດງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ VITM 2019.

ທ່ອງທ່ຽວຂຽວ-ທ່າອ່ຽງພັດທະນາແບບຍືນຍົງ,ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ - ảnh 1

 ເວທີປາໄສທ່ອງທ່ຽວຂຽວ

(ພາບ: dangcongsan.vn)

ກ່າວຄຳເຫັນໄຂເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເລກວາງຕຸ່ງ ເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ການທ່ອງທ່ຽວໃນທົ່ວໂລກໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ກາຍເປັນຂະແໜງເສດຖະກິດແຖວໜ້າກ່ຽວກັບລາຍຮັບດ້ານເງິນຕາຕ່າງປະເທດ, ມູນຄ່າສົ່ງອອກ ແລະ ສ້າງວຽກເຮັດງານທຳ. ທ່ານຮອງລັດຖະມົນຕີ ເລກວາງຕຸ່ງ ກໍ່ຊີ້ແຈ້ງວ່າ: ຂະແໜງທ່ອງທ່ຽວ ແມ່ນຂະແໜງເສດຖະກິດສັງລວມ, ຄວນນຳໃຊ້ແຫຼ່ງຊັບພະຍາກອນ, ແຫຼ່ງກຳລັງຫຼາຍເພື່ອພັດທະນາ ລວມທັງຊັບພະຍາກອນທຳມະຊາດ ແລະ ວັດທະນະທຳ. ສະນັ້ນ, ການພັດທະນາການທ່ອງທ່ຽວຂຽວໄດ້ກາຍເປັນຫຼັກການ, ທ່າອ່ຽງລວມ ເຊິ່ງຫຼາຍປະເທດໃນໂລກເລືອກເຟັ້ນ, ບັນດາຜະລິດຕະພັນດ້ານການທ່ອງທ່ຽວຂຽວ ຍາມໃດກໍ່ໄດ້ຮັບຄວາມສົນໃຈ, ຕ້ອນຮັບຈາກນັກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ