ທ່ອງທ່ຽວນະຄອນ ໂຮ່ຈີມິນ ບັນລຸລາຍຮັບປະມານ 3.100 ຕື້ດົ່ງໃນໂອກາດບຸນເຕັດ

(VOVWORLD) -ຕາມພະແນກທ່ອງທ່ຽວນະຄອນແລ້ວ, ໃນລະຫວ່າງວັນທີ 01 – 06 ກຸມພາ (ກົງກັບວັນທີ 29 ເດືອນ 12 ຮອດວັນທີ 06 ເດືອນ ຈຽງ ຂອງບຸນເຕັດ), ຂະແໜງທ່ອງທ່ຽວນະຄອນບັນລຸຍອດລາຍຮັບປະມານ 3.100 ຕື້ດົ່ງ.
ທ່ອງທ່ຽວນະຄອນ ໂຮ່ຈີມິນ ບັນລຸລາຍຮັບປະມານ 3.100 ຕື້ດົ່ງໃນໂອກາດບຸນເຕັດ - ảnh 1(ຈຳນວນນັກທ່ອງທ່ຽວໃນໂອກາດບຸນເຕັດປີຂານນີ້ເພີ່ມຂຶ້ນຢ່າງແຮງກວ່າເມື່ອທຽບໃສ່ 2 ປີກ່ອນນີ້)

ຕະຫຼາດທ່ອງທ່ຽວໃນໂອກາດບຸນເຕັດປີຂານ 2022 ຂອງນະຄອນ ໂຮ່ຈີມິນ ມີສັນຍານໜ້າປະເອີບໃຈຫຼາຍຢ່າງ. ຕາມພະແນກທ່ອງທ່ຽວນະຄອນແລ້ວ, ໃນລະຫວ່າງວັນທີ 01 – 06 ກຸມພາ (ກົງກັບວັນທີ 29 ເດືອນ 12 ຮອດວັນທີ 06 ເດືອນ ຈຽງ ຂອງບຸນເຕັດ), ຂະແໜງທ່ອງທ່ຽວນະຄອນບັນລຸຍອດລາຍຮັບປະມານ 3.100 ຕື້ດົ່ງ. ບັນດາຫົວໜ່ວຍດຳເນີນທຸລະກິດທ່ອງທ່ຽວຢູ່ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ຈຳນວນນັກທ່ອງທ່ຽວໃນໂອກາດບຸນເຕັດປີຂານນີ້ເພີ່ມຂຶ້ນຢ່າງແຮງກວ່າເມື່ອທຽບໃສ່ 2 ປີກ່ອນນີ້. ທ່ານນາງ ຮ່ວາງຖຸຍລິງ, ຮອງຫົວໜ້າໂຄສະນາດ້ານສື່ມວນຊົນຂອງບໍລິສັດທ່ອງທ່ຽວ Saigontourist, ໃຫ້ຮູ້ວ່າ:

        “ນັກທ່ອງທ່ຽວໄປທ່ຽວຢູ່ບັນດາສະຖານທີ່ຄື: ວູງເຕົ່າ, ດ່າລາດ, ຊາປາ (ລາວກາຍ) ແມ່ນຫຼາຍທີ່ສຸດ. ການເຕີບໂຕຂອງຕະຫຼາດທ່ອງທ່ຽວໃນໂອກາດບຸນເຕັດຜ່ານມາ ໄດ້ສ້າງກຳລັງໜູນ ແລະ ເງື່ອນໄຂທີ່ດີໃຫ້ແກ່ຕະຫຼາດທ່ອງທ່ຽວໃນໂອກາດວັນທີ 30 ເມສາ ແລະ ລະດູແລ້ງຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ