ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ

(VOVWORLD) -HSBC ໄດ້ສະເໜີແຜນການອຸປະຖຳນັບທັງທາງດ້ານການເງິນ ແລະ ວິຊາສະເພາະໃຫ້ແກ່ບັນດາໂຄງການຂຽວ, ໂຄງການຈຸດສຸມພັດທະນາແບບຍືນຍົງ
ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ - ảnh 1(ພາບປະກອບ: TTXVN)

ເພື່ອແນໃສ່ໜູນຊ່ວຍບັນດາເປົ້າໝາຍດິນຟ້າອາກາດຂອງ ຫວຽດນາມ, ວັນທີ 25 ມັງກອນ, ທະນາຄານ HSBC ຫວຽດນາມ ຈຳກັດຜູ້ດຽວ ໄດ້ໃຫ້ຄຳໝັ້ນສັນຍາຈັດແບ່ງແຫຼ່ງທຶນຂຶ້ນເຖິງ 12 ຕື້ USD ໂດຍອຸປະຖຳໂດຍກົງ ແລະ ທາງອ້ອມໃຫ້ແກ່ບັນດາໂຄງການແບບຍືນຍົງຂອງ ຫວຽດນາມ ແລະ ວິສາຫະກິດຢູ່ ຫວຽດນາມ ຮອດປີ 2030.

        ໃນຈົດໝາຍຝາກເຖິງລັດຖະບານ ຫວຽດນາມ ຫວ່າງມໍ່ໆມານີ້, HSBC ໄດ້ສະເໜີແຜນການອຸປະຖຳນັບທັງທາງດ້ານການເງິນ ແລະ ວິຊາສະເພາະໃຫ້ແກ່ບັນດາໂຄງການຂຽວ, ໂຄງການຈຸດສຸມພັດທະນາແບບຍືນຍົງ ແລະ ມີຄວາມສາມາດບົ່ມຊ້ອນ, ສວມບົດບາດສຳຄັນໃນການຫຼຸດຜ່ອນການປ່ອຍອາຍຂອງ ຫວຽດນາມ. ນີ້ແມ່ນສ່ວນໜຶ່ງໃນຄຳໝັ້ນສັນຍາກ່ຽວກັບຄວາມດຸ່ນດ່ຽງອາຍເສຍຂອງກຸ່ມບໍລິສັດ HSBC, ແນໃສ່ສະໜອງເງິນຈຳນວນແຕ່ 750 ຕື້ USD ຫາ 1.000 ຕື້ USD ຮອດປີ 2030 ເພື່ອອຸປະຖຳ ແລະ ລົງທຶນແບບຍືນຍົງ, ໜູນຊ່ວຍບັນດາວິສາຫະກິດເມື່ອເຂົາເຈົ້າຫັນໄປສູ່ວິທີດຳເນີນທຸລະກິດແບບຍືນຍົງກວ່າ ແລະ ຫຼຸດຜ່ອນການປ່ອຍອາຍ ກາກບອນ.

ຕອບກັບ

ຂ່າວ/ບົດ​ອື່ນ