ທະນາຄານພັດທະນາອາຊີໃຫ້ຂໍ້ສັງເກດຢ່າງຕັ້ງໜ້າກ່ຽວກັບເສດຖະກິດຫວຽດນາມ

ທະນາຄານພັດທະນາອາຊີໃຫ້ຂໍ້ສັງເກດຢ່າງຕັ້ງໜ້າກ່ຽວກັບເສດຖະກິດຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​​
ຕ້ອນຮັບ​ທ່ານ Eric Sidgwick, ຜູ້ອຳນວຍການ​ADB
(ພາບ: TTXVN)


(vovworld) - ​​ ຕອນ​ບ່າຍ​ວັນ​ທີ 21/9, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Eric Sidgwick, ຜູ້ອຳນວຍການ​ທະນາຄານ​ພັດທະນາ​ອາຊີ (ADB) ຢູ່​ຫວຽດນາມ. ທ່ານ Eric Sidgwick ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ສັງ​ເກດ​ຢ່າງ​ຕັ້ງໜ້າ​ຂອງ ADB ກ່ຽວ​ກັບ​ເສດຖະກິດ​ຫວຽດນາມ. ADB ຖື​ວ່າ​ຍ້ອນ​ມີ​ການ​ບໍລິຫານ​ຢ່າງ​ຖືກຕ້ອງ, ຍືດໝັ້ນ ​ແລະ ມີ​ປະສິດທິ​ຜົນ​ໃນ 3 ປີຜ່ານມາ, ພື້ນຖານ​ເສດຖະກິດ​ຫວຽດນາມ​ ໄດ້​ບັນລຸລະດັບ​ເຕີບ​ໂຕ​ສູງ​ຄືນ​ໃໝ່; ​ຮັບປະກັນສະຖຽນ​ລະ​ພາບດ້ານເສດຖະກິດ​ມະຫາ​ພາກ​; ​ໄພ​ເງິນ​ເຟີ້​ຢູ່​​ໃນ​ລະດັບ​ຕຳ່; ການ​ຄວບ​ຄຸມ​ງົບປະມານ​ໄດ້​ດີ. ລະດັບຂາ​ດດຸນ​ບໍ່​ຫຼາຍ, ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ສືບ​ຕໍ່​ເພີ່ມ​ຂຶ້ນ. ໜີ້​ສາທາລະນະ​ຂອງ​ຫວຽດນາມ​ ​ເພີ່ມຂຶ້ນ​ແຕ່​ຢູ່​ໃນ​ລະດັບ​ຄວບ​ຄຸມ ​ແລະ ພວມ​ປະຕິບັດ​ຍຸດ​ທະ​ສາດ​ໂຄງ​ປະກອບ​ໜີ້​ສາທາລະນະ​ຄືນ​ໃໝ່​ເປັນ​ຢ່າງ​ດີ ຕາມ​ທິດ​ເພີ່ມ​ໜີ້​ພາຍ​ໃນ​ປະ​ເທດ ​ແລະ ຫຼຸດຜ່ອນ​ການ​ຕິດ​ໜີ້​ຕ່າງປະ​ເທດ. ທ່ານ Eric Sidgwick ກໍ່​ໃຫ້​ຮູ້​ ADB ພວມ​ສົມທົບ​ກັບ​ ອົງການຕ່າງໆ ​ເພື່ອ​ກໍ່ສ້າງ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ຫວຽດນາມ ​ໄລຍະ 5 ປີ. ຕາມ​ນັນ​ແລ້ວ, ADB ພ້ອມ​ແລ້ວ​ທີ່​ຈະ​ຕອບ​ສະໜອງ​ຄວມຕ້ອງການ​ດ້ານ​ທຶນ​ໄລຍະ​ຍາວ ​ແລະ ດອກ​ເບ້ຍ​ຕຳ່​ໃຫ້​ບັນດາລາຍການ​, ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ​ທີ່​ແທດ​ຈິງ, ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຫວຽດນາມ.

        ສ່ວນ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ​່ຢືນຢັນ​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດຖະບານ​ຫວຽດນາມ ​ແມ່ນ​ສືບ​ຕໍ່​ຄວບ​ຄຸມ ​ແລະ ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ​ຢ່າງ​ໝັ້ນຄົງ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຕີບ​ໂຕ​ພື້ນຖານ​ເສດຖະກິດ​ຫວຽດນາມ ແບບ​ຍືນ​ຍົງ​ໃນ​ຕໍ່ໜ້າ ​ແລະ ​ໃນ​ໄລຍະ​ຍາວ.

ຂ່າວ/ບົດ​ອື່ນ