ທະນາຄານໂລກໜູນຊ່ວຍ150ລ້ານUSDໃຫ້ຫວຽດນາມເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງ

ທະນາຄານໂລກໜູນຊ່ວຍ150ລ້ານUSDໃຫ້ຫວຽດນາມເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງ - ảnh 1
ກອງປະຊຸມສຳມະນາກ່ຽວກັບການຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ
(ພາບ: nhandan.com)

(vovworld) –​​ ຄະນະຜູ້ອຳນວຍການ​ບໍລິຫານ​ງານ​ທະນາຄານ​ໂລກ ຫາ​ກໍ່​​ໃຫ້​ສັດຕະຍາບັນ​ບ້ວງ​ເງິນ​ກູ້ຢືມ​ທີ່​ມີ​ມູນ​ຄ່າ​ 150 ລ້ານ USD ​ໃຫ້​ແກ່​ລັດຖະບານ ຫວຽດນາມ ​ໃນ​ຂອບ​ເຂດ​ການ​ເຄື່ອນ​​ໄຫວ​ໜູນ​ຊ່ວຍ​ນະ​ໂຍບາຍ​ພັດທະນາ​ການ​ຄຸ້ມ​ຄອງ​ດ້ານ​ເສດຖະກິດ ​ແລະ ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງຄັ້ງ​ທີ 3. ບ້ວງ​ເງິນ​ກູ້​ຢືມ​ຈະ​ໜູນ​ຊ່ວຍ​ງົບປະມານ​ໃຫ້​ແກ່​ລັດຖະບານ ​ແລະ ຊ່ວຍ​ເພີ່ມ​ທະວີ​ບາງ​ການ​ປະຕິ​ຮູບ​ບຸລິມະສິດ​ໃນ​ວິວັດ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ. ການ​ເຄື່ອນ​ນີ້​ໜູນ​ຊ່ວຍ​ການ​ປະ​ຕິ​ບັດ​ປະຕິ​ຮູບນະ​ໂຍບາຍ​​ໂດຍ​ລຸ​ລ່ວງ 3 ​ເສົ້າ​ຄຳ້​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ລັດຖະບານ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ເພີ່ມ​ທະວີ​ການ​ບໍລິຫານ​ຂະ​ແໜງ​ການ​ເງິນ ​ແລະ ຄຸ້ມ​ຄອງ​ປີ​ການ​ເງິນ, ​ໃນ​ນັ້ນ​ລວມມື​ບັນດາ​ນະ​ໂຍບາຍ​ແກ້​ໄຂ​ໜີ້​ເສຍ, ປະຕິ​ຮູບ​ທະນາຄານ, ຄຸ້ມ​ຄອງ​ໜີ້ ​ແລະ ຄຸ້ມຄອງ​ຄັງ​ເງິນ…

        ທ່ານ Achim Fock, ຮັກສາຜູ້​​ອຳນວຍ​ການ​ແຫ່ງ​ຊາດ​ທະນາຄານ​ໂລກ​ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ 5 ປີຜ່ານມາ, ວິວັດ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ສືບ​ຕໍ່​ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​ໃນ​ຫຼາຍ​ຂົງ​ເຂດ​ສຳຄັນ​ຄື: ການ​ປະຕິ​ຮູບ​ທະນາຄານ, ຄຸ້ມ​ຄອງ​ລັດ​ວິ​ສາ​ຫະກິດ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ.ບັນດາ​ການ​ປະຕິ​ຮູບ​ນີ້​ຕ້ອງ​ໄດ້​ຮັບ​ກາ​ນປັບປຸງ​ໃນ​ວິວັດ​ການ​ປະຕິບັດ​​ແຜນການ​ພັດທະນາ​ເສດ​ຖະກິດ - ສັງຄົມ ​ໄລຍະ 5 (2011 – 2016) ​ເພື່ອ​ສາມາດ​​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ສູງ​ທີ່​ສຸດ​ຂອງ ຫວຽດນາມ. ດ້ວຍ​ການ​ເຄື່ອນ​ໄຫວ​ນີ້, ທະນາຄານ​ໂລກ​ສືບ​ຕໍ່​ຊ່ວຍ​ເໜືອ ຫວຽດນາມ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ຜ່ານ​ນັ້ນ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຕີບ​ໂຕ ​ແລະ ຄວາມ​ວັດທະນາ​ຖາວອນ​ໃນ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ