ທ​ະ​ນາຍ​ຄວາມ ຫວຽດ​ນາມ ໄດ​້​ຮັບ​ການ​ເຊີດ​ຊູ​ເປັນ​ການ​ນຳ​ໜຸ່ມ ອາ​ຊີ 2019

(VOVWORLD) - ສະຖາບັນ ອາຊີ ຂອງ ອາເມລິກາ ຫາກໍ່ປະກາດການເຊີດຊູການນຳໜຸ່ມອາຊີ 39 ຄົນລວມມີບັນດາບຸກຄົນທີ່ມີການປະກອບສ່ວນດີເດັ່ນໃນຫຼາຍຂົງເຂດທີ່ຕາງໜ້າໃຫ້ແກ່ 31 ປະເທດອາຊີ.
ທ​ະ​ນາຍ​ຄວາມ ຫວຽດ​ນາມ ໄດ​້​ຮັບ​ການ​ເຊີດ​ຊູ​ເປັນ​ການ​ນຳ​ໜຸ່ມ ອາ​ຊີ 2019 - ảnh 1ທະນາຍຄວາມ ຕະງັອກເວິນ (ພາບ:Reuters)

        ບັນດາຜູ້ທີ່ໄດ້ຮັບການເຊີດຊູໃນປີນີ້ແມ່ນບັນດາບຸກຄົນໜຸ່ມດີເດັ່ນມີອາຍຸຍັງບໍ່ຮອດ 40 ປີໄດ້ນຳໜ້າໃນຫຼາຍຂົງເຂດເພື່ອປະຊາຄົມທົ່ວອາຊີ. ເຂົາເຈົ້າເປັນບັນດາທະນາຍຄວາມ, ນັກສິລະປິນ, ນັກຂ່າວ, ນັກວິທະຍາສາດ, ຄູອາຈານ ແລະ ນັບທັງບັນດາຜູ້ອຳນວຍການວິສາຫະກິດຂອງສັງຄົມອີກດ້ວຍ. ຄາດວ່າບັນດາການນຳໜຸ່ມທີ່ໄດ້ຮັບເຊີດຊູຈະເຂົ້າຮ່ວມກອງປະຊຸມການນຳໜຸ່ມອາຊີໃນເດືອນ ພະຈິກ ຈະມາເຖິງຢູ່ San Francisco ແລະ ຮ່ອມພູ Silicon ດ້ວຍຫົວຂໍ້ວ່າ: “ເຕັກໂນໂລຢີ ແລະ ມະນຸດສະທຳ: ເສັ້ນທາງມຸ່ງໄປສູ່ອະນາຄົດ”

        ໃນບັນຊີລາຍຊື່ນີ້, ມີ ທ້າວຕະງັອກເວິນ ເຊິ່ງເປັນທະນາຍຄວາມ, ສັງກັດອົງການເດັກນ້ອຍ ມັງກອນຟ້າ (Blue Dragon’s Foundation), ເຊິ່ງເປັນຜູ້ທີ່ໜູນຊ່ວຍດ້ານກົດໝາຍ ແລະ ເຂົ້າຮ່ວມການກອບກູ້ເອົາແມ່ຍິງ, ເດັກນ້ອຍທີ່ເປັນຜູ້ຮັບເຄາະຮ້າຍຈາກການຄ້າມະນຸດ, ກໍ່ແມ່ນໜຶ່ງໃນບັນດາການນຳໜຸ່ມອາຊີທີ່ໄດ້ຮັບການເຊີດຊູ.

ຕອບກັບ

ຂ່າວ/ບົດ​ອື່ນ