ທະ​ວີ​ຄູນ​ຮູບ​ແບບ​ທຳ​ມາ​ຫາ​ກິນ​ແບບ​ຍືນ​ຍົງທີ່​ມີ​ຄວາມ​ສາ​ມາ​ດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ກອງປະຊຸມສຳມະນາແມ່ນການໂອ້ລົມສົນທະນາ ລະຫວ່າງນັກອຸປະຖຳ ອົງການ BfdW/AAV ກັບອຳນາດການປົກຄອງທ້ອງຖິ່ນ, ປະຊາຄົມສະຖານທີ່ປະຕິບັດໂຄງການ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ.
ທະ​ວີ​ຄູນ​ຮູບ​ແບບ​ທຳ​ມາ​ຫາ​ກິນ​ແບບ​ຍືນ​ຍົງທີ່​ມີ​ຄວາມ​ສາ​ມາ​ດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ສຳມະນາ (ພາບ: baotravinh.vn)

        ວັນທີ 29 ຕຸລາ, ຢູ່ແຂວງ ຈ່າວິງ, ຄະນະຄຸ້ມຄອງໂຄງການໜູນຊ່ວຍການພັດທະນານະຄອນຈ່າວິງ ໄດ້ຈັດ ກອງປະຊຸມສຳມະນາຮູບແບບທຳມາຫາກິນ ທີ່ມີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂຶ້ນ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດ ໂຄງການ “ສ້າງຄວາມສາມາດໃຫ້ແກ່ປະຊາຄົມເພື່ອແນໃສ່ຮັບມືກັບໄພທຳມະຊາດ” ໄລຍະ ທີ 2 (ເດືອນ ສິງຫາ 2019 – ເດືອນ ກໍລະກົດ 2022) ໂດຍອົງການ “ເຂົ້າຈີ່ໃຫ້ໂລກ” (BfdW) ແລະ ອົງການ ActionAid ຫວຽດນາມ (AAV) ອຸປະຖຳ.

        ກອງປະຊຸມສຳມະນາແມ່ນການໂອ້ລົມສົນທະນາ ລະຫວ່າງນັກອຸປະຖຳ ອົງການ BfdW/AAV ກັບອຳນາດການປົກຄອງທ້ອງຖິ່ນ, ປະຊາຄົມສະຖານທີ່ປະຕິບັດໂຄງການ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ. ຜ່ານກອງປະຊຸມສຳມະນາ, ຄະນະຄຸ້ມຄອງໄດ້ສະເໜີຂົນຂວາຍງົບປະມານແຫ່ງລັດທະວີຄູນຮູບແບບທຳມາຫາກິນແບບຍືນຍົງທີ່ມີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ໃນໄລຍະທີໜຶ່ງຂອງໂຄງການ, ມີ 30 ຄອບຄົວທີ່ມີເງື່ອນໄຂດ້ານເສດຖະກິດປະສົບກັບຄວາມຫຍຸ້ງຍາກ ຢູ່ 3 ບ້ານ ໄດ້ຮັບການໜູນຊ່ວຍປະຕິບັດຮູບແບບທຳມາຫາກິນປູກຜັກອົງຄະທາດ ໃນເຮືອນຕາໜ່າງ ແລະ 1 ສະຫະກອນກະສິກຳ ໄດ້ຮັບການສ້າງຕັ້ງຂຶ້ນ ໃນທ້າຍປີ 2018, ປະກອບສ່ວນນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງບັນດາຄອບຄົວທີ່ເຂົ້າຮ່ວມ, ພິເສດແມ່ນແມ່ຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ