ທະຫານອີຢີບມີສິດຈັບກຸ່ມຜູ້ກະທຳຜິດ ໃນໄລຍະເວລາດຳເນີນການ ລົງປະຊາມະຕິ

ທະຫານອີຢີບມີສິດຈັບກຸ່ມຜູ້ກະທຳຜິດ ໃນໄລຍະເວລາດຳເນີນການ ລົງປະຊາມະຕິ - ảnh 1

(ພາບ:voatiengviet.com)

(VOV)-  ​​ໃນ​ສະພາບ​ການ​ວິ​ກິດ​ການ​ການ​ເມືອງ​ພວມ​ປິນຂັ້ນ​ໄດ, ປະທານາທິບໍດີ​ອີ​ຢີບ ຄົນ​ປະຈຸ​ບັນ Mohamed Morsi ​ໄດ້​ສະ​ແດງ​ຄວາມ​ແຂງ​ກະດ້າງ​ເມື່ອ​ປະກາດ​ໃຊ້​ລັດຖະດຳລັດ​ສະບັບ​ໃໝ່​ໂດຍມອບສິດ​ໃຫ້​ກອງທັບ​ອີ​ຢີບ ​ໄດ້ຈັບ​ຜູ້​ກະທຳ​ຜິດ, ພ້ອມ​ທັງ​ອອກ​ຄຳ​ສັ່ງ​ໃຫ້​ກອງທັບ​ຕ້ອງ​ມີ​ການ​ຮ່ວມ​ມື​ກັບ​ຕຳຫຼວດ​ຈົນ​ເຖິງ​ເວລາ​ປະກາດ​ໝາກຜົນ​ການ​ລົງ​ປະຊາ​ມະຕິ. ການ​ກະທຳ​ດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ​ໃນ​ສະພາບ​ການ​ເມືອງ​ຂອງອີ​ຢີບ ມີ​ໄພ​ຕົກ​ເຂົ້າສູ່​ສະພາບ​ການ​ບໍ່​ມີ​ທາງ​ອອກ​​ໃນຂະນະ​ທີ່​ລັດຖະບານ​ຍັງ​ເດັດດ່ຽວ​ຊຸກຍູ້​ແຜນການ​ຈັດຕັ້ງການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ໃນ​ວັນ​ທີ 15/12 ​ຈະມາ​ເຖິງ, ​ໃນ​ຂະນະ​ທີ່​ຝ່າຍ​ຄ້ານ​ຍູ້​ແຮງ​ການ​ປຸກລະດົມການຄັດຄ້ານ. ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ໄດ້​ຜັນ​ຂະຫຍາຍ​ລົດ​ຖັງ ​ແລະ ທະຫານ​ຢູ່​ອ້ອມ​ຂ້າງ​ທຳນຽບ​ປະທານາທິບໍດີ​ແລ້ວກໍ່ຕາມ, ​ແຕ່​ກອງທັບ​ອີ​ຢີບ ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຮັກສາ​ບົດບາດ​ເປັນກາງ, ບໍ່​ທັນ​ມີ​ການ​ກະທຳ​ແຮງ​ໃດໆ​ຕໍ່​ຜູ້​​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ.

ຂ່າວ/ບົດ​ອື່ນ