ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ

(VOVWORLD) - ການເຄື່ອນໄຫວສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ, ກະຊວງປ້ອງກັນປະເທດ... ສຳລັບທະຫານ ແລະ ປະຊາຊົນຢູ່ບັນດາເຂດເກາະຂຶ້ນກັບເມືອງເກາະ ເຈື່ອງຊາ.
ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ - ảnh 1ກຳປັ່ນຂົນສົ່ງຂອງຂວັນບຸນເຕັດມາໃຫ້ບັນດາພະນັກງານ, ນັກຮົບ, ປະຊາຊົນທີ່ພວມເຮັດວຽກ, ດຳລົງຊີວິດໃນໝູ່ເກາະ ເຈື່ອງຊາ
(ພາບ: TTXVN)

        ຕອນບ່າຍວັນທີ 03 ມັງກອນ, ຢູ່ທ່າກຳປັ່ນທະຫານ ກາມແຣງ, ກອງບັນຊາການທະຫານເຮືອເຂດ 4 ໄດ້ຈັດການຂົນສົ່ງຂອງຂວັນບຸນເຕັດ ແລະ ຢ້ຽມຢາມ, ອວຍພອນບຸນເຕັດປີ ມັງກອນ 2024 ບັນດາພະນັກງານ, ນັກຮົບ, ປະຊາຊົນທີ່ພວມເຮັດວຽກ, ດຳລົງຊີວິດໃນໝູ່ເກາະ ເຈື່ອງຊາ. ການເຄື່ອນໄຫວສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ, ກະຊວງປ້ອງກັນປະເທດ, ເຫຼົ່າທັບເຮືອ; ແມ່ນນ້ຳໃຈ, ຄວາມສຸດອົກສຸດໃຈ, ໜ້າທີ່ຄວາມຮັບຜິດຊອບຂອງບັນດາອົງການ, ຫົວໜ່ວຍ, ວິສາຫະກິດ, ສ່ວນບຸກຄົນ, ອົງການຈັດຕັ້ງໃນທົ່ວປະເທດ ພ້ອມກັນຮ່ວມແຮງຮ່ວມໃຈດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ນັບມື້ນັບຄົບຖ້ວນສຳລັບທະຫານ ແລະ ປະຊາຊົນຢູ່ບັນດາເຂດເກາະຂຶ້ນກັບເມືອງເກາະ ເຈື່ອງຊາ.

        ທ່ານພັນເອກ ເລດິງຫາຍ, ຮອງຫົວໜ້າກອງພັນນ້ອຍ 146, ປະທານຄະນະກຳມະການປະຊາຊົນເມືອງເກາະ ເຈື່ອງຊາ, ແຂວງ ແຄງຮ່ວາ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ສົ່ງສິນຄ້າມາໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນທີ່ພວມດຳລົງຊີວິດຢູ່ ເຈື່ອງຊາ ດ້ວຍນ້ຳໃຈຄວາມຮັບຜິດຊອບຢ່າງສູງສຸດ, ຝາກນ້ຳໃຈຄວາມຮັກແພງຂອງເຂດດິນຕໍ່ແຜ່ນມາໃຫ້ ເຈື່ອງຊາ. ດ້ວຍຈິດໃຈທີ່ວ່າ ເຂດດິນຕໍ່ແຜ່ນນຳເອົາອາລົມຈິດມາໃຫ້ ເຈື່ອງຊາ ແລະ ເຈື່ອງຊາ ຝາກຄວາມໄວ້ເນື້ອເຊື່ອໃຈໃຫ້ເຂດດິນຕໍ່ແຜ່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ