ທະຫານແລະປະຊາຊົນເກາະຊອງຕື໋ໄຕກະກຽມຕ້ອນຮັບບຸນເຕັດປີມະເມຍ

ທະຫານແລະປະຊາຊົນເກາະຊອງຕື໋ໄຕກະກຽມຕ້ອນຮັບບຸນເຕັດປີມະເມຍ - ảnh 1
ນັກຮົບໃນເກາະປະດັບປະດາເກະໃຫ້ສວຍງາມ

(vovworld) - ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ​ເຖິງ​ວ່າ​ຫ່າງ​ໄກ​ກັບ​​ເຂດ​ດິນ​ຕໍ່​ແຜ່ນ ​ແລະ ຊີວິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ໃນ​ຊຸມ​ວັນ​ນີ້, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ​ເມືອງ ​ເຈື່ອງ​ຊາ, ​ແຂວງ ​ແຄ໋ງຮ່ວາ, ພວມ​ຕັ້ງໜ້າ​ກະກຽມຕ້ອນຮັບບຸນ​ເຕັດ​ຢ່າງອົບ​ອຸ່ນ, ຄົບ​ຖ້ວນ​ຄື​ຢູ່ເຂດ​ດິນ​ຕໍ່​ແຜ່ນ. ນັກ​ຂ່າວ VOV ຈະ​ສ່ອງ​ແສງ​ວຽກ​ງານ​ກະກຽມ​ຕ້ອນຮັບ​ບູນ​ເຕັດ ປີ​ມະ​ເມຍ ຂອງ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ເກາະ ຊອງ​ຕື໋​ໄຕ.

            ກຳ​ປັ່ນ HQ 996 ຂອງ​​ທະຫານ​​ເຮືອ​ເຂດ 4 ​ໄດ້​ທຽບ​ທ່າ​ເກາະ ຊອງ​ຕື໋​ໄຕ ​ນຳ​ເອົາສິນຄ້າ​ທີ່​ຈຳ​ເປັນ​ຫຼາຍ​ປະ​ເພດໃນ​ໂອກາດ​ບູນ​ເຕັດ​ຄື: ​ເຂົ້າໜົມ, ​ໃບ​ຕອງ​, ​ເຂົ້າ​ໜຽວ, ໝາກ​ທົ່ວ​ຂຽວ, ໝູ, ​​​​ໄກ່.​.​.​ ​ມາໃຫ້​ທະ​ຫານ ​ແລະ ປະຊາຊົນ​ໃນ​ເກາະ. ພະນັກງານ, ນັກຮົບ​ ​ແລະ ປະຊາຊົນໃນ​ເກາະ​ກໍ່​ໄດ້​ປະດັບ​ປະດາ​​ເຮືອ​ນຊານ​ບ້ານ​ຊ່ອງດ້ວຍ​​ໂຄມ​ໄຟ​ສີ​ ​ແລະ ປ້າຍ​ຄຳ​ຂວັນ​ຕ່າງໆ. ພົນ​ໂທ ຫງວຽນ​ຈ້ອງ​ບີ່​ງ, ພະນັກງານການ​ເມືອງ​ເກາະ ຊອງ​ຕື໋​ໄຕ, ຕາ​ແສງ ຊອງ​ຕື໋​ໄຕ, ​ເມືອງ​ເຈືອງ​ຊາ, ​ແຂວງ ​​ແຄ໋ງຮ່ວາ ​ໃຫ້​ຮູ້​ວ່າ: ວຽກ​ງານ​ກະກຽມ​ຕ້ອນຮັບ​ບູນ​ເຕັດ ປີ​ມະ​ເມຍ ​ໄດ້​ປະຕິບັດ​ສຳ​ເລັດ​ແລ້ວ, ທ່ານ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ປີ​ນີ້, ພວກ​ເຮົາ​ຈະ​ສ້າ​ງບັນຍາກາດ​ຕ້ອນ​ຮັບ​ບູນ​ເຕັດ​ຢ່າງ​ເບີກບານ​ມ່ວນ​ຊື່ນ, ອົບ​ອຸ່ນ​ທີ່​ສຸດ, ​ເພື່ອ​ໃຫ້​ພະນັກງານ, ນັກຮົບ​ຕ້ອນຮັບ​ບູນ​ເຕັດ​ຢູ່​ເຂດ​ຫ່າງ​ໄກ​ຄື​ດັ່ງ​​ໄດ້​ຕ້ອນຮັບ​ບຸນ​ເຕັດ​ພ້ອມກັບ​ຍາດຕິ​ພີ່ນ້ອງ​ໃນ​ເຂດ​ດິນ​ຕໍ່​​ແຜ່ນ. ພວກ​ຂ້າພ​ະ​ເຈົ້າ​ຈະ​ໂທລະສັບ​ເຖິງ​ຄອບ​ຄົວ​ນັກຮົບ​ແຕ່ລະຄົນ​ເພື່ອ​ອວຍພອນ​ປີ​ໃໝ່, ກໍ່​ຄື​ປະກາດ​ໃຫ້​ຮູ້​ບັນຍາກາດ​ຕ້ອນຮັບ​ປີ​ໃໝ່​ປະຈຳ​ຊາດ​ຢູ່​ເກາະ​ເພື່ອ​ໃຫ້​ຄອບຄົວ​ພະນັກງານ, ນັກຮົບ​ອູ່​ນອ່ຽນ​ໃຈ ​ແລະ ຜ່ານ​ນັ້ນ​ຈະ​ເຊື່ອມ​ຕໍ່​ສາຍ​ຈິດ​ມິດ​ໃຈ​ລະຫວ່າງຄອບຄົວ ກັບ ກົມ​ກອງ, ທະຫານລະຫວ່າງ​ເຂດ​ດິນ​ຕໍ່​ແຜ່ນ ກັບ​​ເຂດໝູ່​ເຫາະທີ່​ຫ່າ​ງ​ໄກ”

        ​ໃນ​ຂະນະ​ນັ້ນ​, ​ເອື້ອຍ ຫງວຽນ​ທິ​ແທງຖວາງ, ປະຊາຊົນ​ໃນ​ເກາະ​ໃຫ້​ຮູ້​ວ່າ: ປີ​ນີ້​ຄອບຄົວຕ້ອນ​ຮັບ​ບູນ​ເຕັດ​ບໍ່​ຢ້ານ​ຂາດ​ນ້ຳ ຍ້ອນ​ວ່າ​ອຳນາດ​ການ​ປົກຄອງ​ໃນ​ເກາະ​ໄດ້​ສ້າງ​ອ່າງ​ເກັບ​ນ້ຳ​ຂະໜາດ​ໃຫຍ່ໃຫ້​ແຕ່​ລະ​ຄອບຄົວ ​ແລະ ມີ​ໄຟຟ້າ​ພະລັງ​ແຮງ​ລົມ​ຕະຫຼອດ 24 ຊົ່ວ​ໂມງ.

        “ຂ້າພະ​ເຈົ້າ​ຮູ້ສຶກວ່າ​ອາລົມ​ຈິດຂອງ​ທະ​ຫານ ​ແລະ ປະຊາຊົນ​ໃນ​ເກາະ​ແມ່ນ​ອົບ​ອູ່​ນຫຼາຍ. ​ເມື່ອ​ບັນດາ​ຄອບຄົວ​ພວກ​ຂ້າພະ​ເຈົ້າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ບັນດາ​ພະນັກງານ​, ນັກຮົບໃນ​ເກາະ​ລ້ວນ​ແຕ່​ເອົາ​ໃຈ​ໃສ່, ​ຊ່ວຍ​ເຫຼືອ​ພວກ​ຂ້າພະ​ເຈົ້າ.​.​. ຄຳ່​ຄືນວັນ​ທີ​ 30 ພວກ​ເຮົາ​ຈະ​ພ້ອມ​ກັນສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ ​ແລະ ຕອນ​ເຊົ້າ​ວັນ​ທີ 1 ຈະ​ພ້ອມ​ກັບ​ພະນັ​ກງານ, ນັກຮົບ​ໄປ​ຖະຫວາຍທູບ​ທຽນ​ຢູ່​ວັດ”

 

ຂ່າວ/ບົດ​ອື່ນ