ທາຍງວຽນ ຈັດຕັ້ງພິທີ ສະເຫຼີມສະຫຼອງ 65 ປີ ແຫ່ງວັນລຸງໂຮ່ ກັບເມືອ ເຂດປອດໄພທາຍງວຽນ

ທາຍງວຽນ ຈັດຕັ້ງພິທີ ສະເຫຼີມສະຫຼອງ 65 ປີ ແຫ່ງວັນລຸງໂຮ່ ກັບເມືອ ເຂດປອດໄພທາຍງວຽນ - ảnh 1
ລາຍການສະແດງສິລະປະທີ່ພິທີ
(ພາບ: baomoi.com)

(vovworld) - ຕອນ​ຄ່ຳ​ວັນ​ທີ 19/5, ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang  ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ລຸງ​ໂຮ່ ກັບ​ເມືອເຂດ​ປອດ​ໄພ​ທາຍ​ງວຽນ ​ເພື່ອ​ນຳພາການ​ຕໍ່ຕ້ານ​ຕ້ານພວກ​ລ່າ​​ເມືອງ​ຂຶ້ນ ຝຣັ່ງ, 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ ​ແລະ ຮັບ​ໃບ​ຢັ້ງຢືນ​ຈັດ​ອັນ​ດັບ​ເຂດ​ປູ​ຊະນີ​ຍະສະ​ຖານ​ລະດັບຊາດ​ພິ​ເສດ ສຳລັບ​ເຂດ​ອະນຸສອນສະຖານ​ປະຫວັດສາດເຂດ​ປອດ​ໄພ ດິ້ງ​ຮ໋ວາ. ​ໃນ​ການ​ຕໍ່ຕ້ານ​ຕ້ານ​ພວກລ່າ​ເມືອງ​ຂຶ້ນ ຝຣັ່ງ ຜູ້ຮຸກ​ຮານ​ ຂອງ​ປະຊາຊົນ​ຫວຽດນາມ (1946 – 1954), ທາຍ​ງວຽນ ​ມີ​ຄວາມເປັນ​ກຽດ​ຮັບ​ການ​ເລືອກ​ເຟັ້ນ​ເປັນ​ເຂດ​ປອດ​ໄພ​ສູນ​ກາງ - ນະຄອນຫຼວງ​​ແຫ່ງ​ການ​ຕໍ່ຕ້ານ​ຂອງ​ທົ່ວ​ປະ​ເທດ. ຢູ່​ເຂດ​ປອດ​ໄພ ດິ້ງ​ຮ໋ວາ - ທາຍງ​ວຽນ, ລຸງ​ໂຮ່ ພ້ອມ​ກັບ​ສູນ​ກາງ​ພັກ, ລັດຖະບານ, ກອງ​ບັນຊາ​ການ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຕັ້ງຖານ​ທີ່​ໝັ້ນ​ເພື່ອ​ນຳພາ​ການ​ສູ້​ຮົບ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຢືນຢັນ​ວ່າ: ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ລຸງ​ໂຮ່ ກັບ​ເມືອ​ເຂດ​ປອດ​ໄພ ດິ້ງ​ຮ໋ວາ ​ເພື່ອ​ນຳພາ​ການ​ສູ້​ຮົບ​ຕ້ານ​ພວກລ່າ​ເມືອງ​ຂຶ້ນ ຝຣັ່ງ ​ແມ່ນ​ໂອ​ກາດ​ເພື່ອ​ຫວນ​ຄືນ ​ແລະ ​ເພີ່ມ​​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ປະຫວັດສາດ​ທີ່​ສະຫງ່າ​ອົງອາດ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ, ຂອງ​ອົງຄະ​ນະ​ພັກ ​ແລະ ປະຊາຊົນ ທາຍ​ງວຽນ, ພ້ອມ​ທັງ​ປັບປຸງ, ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ, ຕັດສິນ​ໃຈສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ດັ່ງກ່າວ​ໃນ​ໄລຍະ​ປະຕິວັດ​ໃໝ່. ທ່ານ​ປະທານ​ປະ​ເທດ ຊີ້​ແຈງ​ວ່າ:

“​ເລື່ອງ​ມອບໃບ​ຢັ້ງຢືນ​ຈັດ​ອັນດັບ​ເຂດ​ປອດ​ໄພ ດິ້ງ​ຮ໋ວາ ​ແມ່ນ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ລະດັບຊາດ​ພິ​ເສດ ​ແມ່ນ​ການ​ຮັບ​ຮູ້ຕີ​ລາຄາ​ສູງ​ຂອງ​ພັກ, ລັດ ກ່ຽວ​ກັບ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ເຂດ​ປູ​ຊະນີ​ຍະສະ​ຖານ. ຕາງໜ້າ​ໃຫ້​ການ​ນຳ​ພັກ, ລັດ ຂ້າພະ​ເຈົ້າ​ອວຍພອນ​ໃຫ້​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ເມືອງ ດິ້ງ​ຮ໋ວາ, ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ ທາຍງວຽນ ກ່ຽວ​ກັບ​ຄວາມ​​ເບີກບານມ່ວນ​ຊື່ນ ​ແລະ ຄວາມ​ເປັນ​ກຽດ​ທີ່​ຍິ່ງ​ໃຫຍ່​ນີ້.  ​ເພື່ອ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ຕັດສິນ​ໃຈ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ນັ້ນ​ໃນ​ໄລຍະ​ໃໝ່ ຂ້າພະ​ເຈົ້າ​ສະ​ເໜີ​ວ່າ​ໃນ​ຊຸ​ມປີ​ທີ່​ຈະ​ມາ​ເຖິງ​ອົງຄະ​ນະ​ພັກ ​ແລະ ​ປະຊາຊົນ​​ແຂວງທາຍ​ງວຽນ ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ຢ່າງ​ແຮງ​ມູນ​ເຊື້ອ​ປະຕິວັດ, ບັນດາ​ຄວາມ​ສາມາດ​ບົ່​ມຊ້ອນ, ທ່າ​ແຮງ​ຂອງ​ແຂວງ​ຍິ່ງກ່ວາ​ອີກ. ສູ້​ຊົນ​ພ້ອມ​ກັບ​ທົ່ວພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ຢ່າງ​ມີ​ໄຊ.”

ຂ່າວ/ບົດ​ອື່ນ