ທ່ານ Joe Biden ຜູ້​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ແຕ່​ງ​ຕັ້ງ ເຈົ້າ​ໜ້າ​ທີ່ ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ ຫຼາຍ​ທ່ານ

(VOVWORLD) -ໜ້າເອົາໃຈໃສ່ແມ່ນ ທັງ 5 ຄົນທີ່ໄດ້ຮັບການສະເໜີລ້ວນແຕ່ແມ່ນແມ່ຍິງ, ໃນນັ້ນມີ ທ່ານນາງ Elizabeth Klein, ອະດິດສະມາຊິກຂອງກະຊວງພາຍໃນພາຍໃຕ້ ອາຍຸການຂອງທ່ານ ອະດີດ ປະທານາທິບໍດີ Bill Clinton ແລະ Barack Obama, ເຊິ່ງເຄີຍດຳລົງຕຳແໜ່ງຮອງລັດຖະມົນຕີກະຊວງພາຍໃນ.
ທ່ານ Joe Biden ຜູ້​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ແຕ່​ງ​ຕັ້ງ ເຈົ້າ​ໜ້າ​ທີ່ ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ ຫຼາຍ​ທ່ານ - ảnh 1ທ່ານນາງ Victoria Nuland  ຜູ້ຮັບສະໝັກດຳລົງຕຳແໜ່ງຮອງລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ (ພາບ: TTXVN)

ວັນທີ 18 ມັງກອນ, ທ່ານ Joe Biden ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ໄດ້ສະເໜີບັນດາຜູ້ຮັບສະໝັກຕຳແໜ່ງຮອງລັດຖະມົນຕີ ໃນອຳນາດການປົກຄອງຊຸດໃໝ່ ເພື່ອແນໃສ່ຈັດຕັ້ງກົງຈັກ ລັດຖະບານໃຫ້ສຳເລັດ ກ່ອນພິທີສາບານຕົວຮັບດຳລົງຕຳແໜ່ງ ໃນວັນທີ 20 ມັງກອນ. ບັນດາຜູ້ຮັບສະໝັກດັ່ງກ່າວໄດ້ຮັບສະເໜີດຳລົງຕຳແໜ່ງຮອງລັດຖະມົນຕີຢູ່ກະຊວງພາຍໃນ, ກະສິກຳ, ສາທາລະນະສຸກ ແລະ ການບໍລິການມະນຸດສະທຳ, ຄົມມະນາຄົມ ແລະ ການສຶກສາ. ໜ້າເອົາໃຈໃສ່ແມ່ນ ທັງ 5 ຄົນທີ່ໄດ້ຮັບການສະເໜີລ້ວນແຕ່ແມ່ນແມ່ຍິງ, ໃນນັ້ນມີ ທ່ານນາງ Elizabeth Klein, ອະດິດສະມາຊິກຂອງກະຊວງພາຍໃນພາຍໃຕ້ ອາຍຸການຂອງທ່ານ ອະດີດ ປະທານາທິບໍດີ Bill Clinton ແລະ Barack Obama, ເຊິ່ງເຄີຍດຳລົງຕຳແໜ່ງຮອງລັດຖະມົນຕີກະຊວງພາຍໃນ.

ໃນຖະແຫຼງການໃນວັນດຽວກັນ, ທ່ານ Biden ໄດ້ເນັ້ນໜັກວ່າ ອຳນາດການປົກຄອງຊຸດໃໝ່ຈະເລີ່ມຕົ້ນການເຄື່ອນໄຫວເພື່ອສະໜອງການບັນເທົາທຸກຢ່າງຮີບດ່ວນໃຫ້ແກ່ຊາວອາເມລິກາ, ແກ້ໄຂບັນດາວິກິດການທີ່ສັບຊ້ອນກັນຂອງໂລກລະບາດໂຄວິດ - 19, ການວິກິດການດ້ານເສດຖະກິດ ປະຫວັດສາດ, ບັນດາບັນຫາຈຳແນກເຊື້ອຊາດຜິວພັນ ແລະ ຄວາມຂາດສະເໝີພາບ ທີ່ມີລະບົບ ແລະ ວິກິດການກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ