ທ່ານ Joe Biden ໄດ້ຮັບສະເໜີໃຫ້ເປັນຜູ້ລົງສະໝັກເລືອກຕັ້ງຕຳແໜ່ງປະທານາທິບໍດີຂອງພັກປະຊາທິປະໄຕອາເມລິກາຢ່າງເປັນທາງການ

(VOVWORLD) -ນີ້ຈະແມ່ນຄັ້ງທີ 3 ເຊິ່ງທ່ານ Joe Biden ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ, 2 ຄັ້ງກ່ອນແມ່ນໃນປີ 1988 ແລະ ປີ 2008.

ທ່ານ Joe Biden ໄດ້ຮັບສະເໜີໃຫ້ເປັນຜູ້ລົງສະໝັກເລືອກຕັ້ງຕຳແໜ່ງປະທານາທິບໍດີຂອງພັກປະຊາທິປະໄຕອາເມລິກາຢ່າງເປັນທາງການ - ảnh 1 ທ່ານ Joe Biden ເກີດປີ 1942, ຢູ່ລັດ Pennsylvania

(ພາບ: AFP/TTXVN)

ຕອນຄ່ຳວັນທີ 20 ສິງຫາ (ຕາມເວລາທ້ອງຖິ່ນ), ຜູ້ລົງສະໝັກເລືອກຕັ້ງ Joe Biden ໄດ້ມີບົດກ່າວປາໄສໄດ້ຮັບການສະເໜີຈາກພັກປະຊາທິປະໄຕ, ໃຫ້ເປັນຜູ້ລົງສະໝັກເລືອກຕັ້ງຕຳແໜ່ງປະທານາທິບໍດີຂອງພັກນີ້ ເຂົ້າຮ່ວມການຊ່ວງເສັງເຂົ້າທຳນຽບຂາວ ເຊິ່ງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ.

        ນີ້ຈະແມ່ນຄັ້ງທີ 3 ເຊິ່ງທ່ານ Joe Biden ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ, 2 ຄັ້ງກ່ອນແມ່ນໃນປີ 1988 ແລະ ປີ 2008.

        ທ່ານ Joe Biden ເກີດປີ 1942, ຢູ່ລັດ Pennsylvania, ຮຽນຈົບມະຫາວິທະຍາໄລ Delaware ແລະ ຮັບໃບປະກາດສະນີຍະບັດດ້ານກົດໝາຍຈາກມະຫາວິທະຍາໄລ Syracuse. ທ່ານມີປະສົບການຫຼາຍປີໃນເວທີການເມືອງອາເມລິກາ ໃນຄາວດຳລົງຕຳແໜ່ງເປັນສະມາຊິກສະພາສູງລັດ Delaware ແລະ ຫຼັງຈາກນັ້ນໄດ້ດຳລົງຕຳແໜ່ງເປັນຮອງປະທານາທິບໍດີ 2 ສະໄໝພາຍໃຕ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Brack Obama.

ຕອບກັບ

ຂ່າວ/ບົດ​ອື່ນ