ທ່ານ Nguyen Tan Dung ເຊັນອະນຸມັດໂຄງການ “ຄຸ້ມຄອງໄພທຳມະຊາດ“

ທ່ານ Nguyen Tan Dung ເຊັນອະນຸມັດໂຄງການ “ຄຸ້ມຄອງໄພທຳມະຊາດ“ - ảnh 1

150 ລ້ານ USD ​ໃຫ້​ແກ່ໂຄງການ “ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ“

(ພາບ:vov.vn)

( vovworld ) – ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫາ​ກໍ່​ເຊັນ​ອະນຸມັດ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ໂຄງການ “ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ“ ​ແລະ ບັນດາ​ເອກະສານ​ດ້ານ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ຄື​ຂໍ້​ສະ​ເໜີ​ຂອງ​ທະນາຄານ​​ແຫ່ງລັດ​ຫວຽດນາມ. ຍອດ​ຈຳນວນ​ທຶນ ODA ຂອງ​ໂຄງການ​ແມ່ນ​ປະມານ 150 ລ້ານ USD ຈາກ​ແຫຼ່ງທຶນ​ກູ້ຢືມ​ຂອງ​ສະຫະ​ສະມາຄົມ​ພັດທະນາ​ສາກົນ IDA ຂຶ້ນ​ກັບທະນາຄານ​ໂລກ WB. ​ໂຄງການ​ຈະ​ຖືກ​ປະຕິບັດ​ຢູ່ 10 ​ແຂວງ​ທາງ​ພາກ​ກາງ​ຫວຽດນາມ ຊື່​ງລວມມີ​ແຂວງ ThanhHoa, NgheAn, HaTinh, QuangBinh, Quang Tri, QuangNam, QuangNgai, Binh Dinh, Ninh Thuan ​ແລະ ນະຄອນ DaNang ​ແຕ່​ປີ 2012-2016. ຈຸ​ດໝາຍ​ຕົ້ນຕໍ​ຂອງໂຄງການ “ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ“ ​ແມ່ນ​ໜູນ​ຊ່ວຍ​ການຜນຂະຫຍາຍ​ຍຸດ​ທະ​ສາດ​ປ້ອງ​ກັນ, ຕ້ານ ​ແລະ ​ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ​ຢູ່​ຫວຽດນາມ.

 

 

 

 

 

ຂ່າວ/ບົດ​ອື່ນ