ທ່ານ ປະ​ທາ​ນາ​ທ​ິ​ບໍ​ດີ ທີ່ ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ Joe Biden ​ຄັດ​ເລືອກ​ເອົາ ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ການ​ບໍ​ລິ​ການ ​ຊີ​ວິດມະ​ນຸດ

(VOVWORLD) -ເມື່ອຮັບດຳລົງຕຳແໜ່ງນີ້, ທ່ານ Xavier Becerra ຈະປະເຊີນໜ້າກັບໜ້າທີ່ຫຍຸ້ງຍາກທີ່ສຸດໃນສະພາບໂລກລະບາດໂຄວິດ - 19 ຍັງຄົງ ມີການຜັນແປຢ່າງສັບສົນທີ່ສຸດຢູ່ ອາເມລິກາ.
ທ່ານ ປະ​ທາ​ນາ​ທ​ິ​ບໍ​ດີ ທີ່ ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ Joe Biden ​ຄັດ​ເລືອກ​ເອົາ ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ການ​ບໍ​ລິ​ການ ​ຊີ​ວິດມະ​ນຸດ - ảnh 1 ທ່ານ Xavier Becerra, ລັດຖະມົນຕີ ຍຸຕິທຳລັດ California (ພາບ: TTXVN)

ວັນທີ 6 ທັນວາ, ທ່ານ ປະທານາທິບໍດີ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ຢູ່ອາເມລິກາ Joe Biden ໄດ້ເລືອກເອົາທ່ານ Xavier Becerra, ລັດຖະມົນຕີ ຍຸຕິທຳລັດ California ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ການບໍລິການຊີວິດມະນຸດ. ນີ້ແມ່ນການຕັດສິນທີ່ບໍ່ຄາດຄິດ ຍ້ອນວ່າ ດ້ວຍເອກະສານວິຊາການກ່ຽວກັບບັນດາບັນຫາຍຸຕິທຳ, ອາຍາ, ການເຂົ້າເມືອງຕັ້ງຖິ່ນຖານ ແລະ ນະໂຍບາຍພາສີ, ເຊິ່ງແຕ່ດົນນາມມາແລ້ວ, ທ່ານ  Xavier Becerra ໄດ້ຖືກຄາດຄະເນວ່າ ຈະແມ່ນໜຶ່ງໃນບັນດາຜູ້ທີ່ໄດ້ຮັບດຳລົງຕຳແໜ່ງລັດຖະມົນຕີ ຍຸຕິທຳ.

ທ່ານ Xavier Becerra ມີອາຍຸ 62 ປີ, ໄດ້ຮັບໃຊ້ ສະພາແຫ່ງຊາດ ໃນ 12 ອາຍຸການ ແລະ ແມ່ນຜູ້ຕາງໜ້າຂອງ Los Angeles ກ່ອນທີ່ຈະດຳລົງຕຳແໜ່ງເປັນລັດຖະມົນຕີ ຍຸຕິທຳ ຂອງ ລັດ Califonia ໃນປີ 2017. ເມື່ອຮັບດຳລົງຕຳແໜ່ງນີ້, ທ່ານ Xavier Becerra ຈະປະເຊີນໜ້າກັບໜ້າທີ່ຫຍຸ້ງຍາກທີ່ສຸດໃນສະພາບໂລກລະບາດໂຄວິດ - 19 ຍັງຄົງ ມີການຜັນແປຢ່າງສັບສົນທີ່ສຸດຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ