ທ່ານ ສອນໄຊ ສີພັນດອນ ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ລົງຢ້ຽມ​ຢາມ, ກວດ​ກາຄວາມ​ຄືບ​ໜ້າການກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ ລາວ ຕຶກໃໝ່

(VOVWORLD) -ຕອນບ່າຍວັນທີ 2 ພະຈິກ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາວ ໄດ້ລົງຢ້ຽມຢາມ ແລະ ກວດກາຄວາມຄືບໜ້າການກໍ່ສ້າງຫໍສະພາແຫ່ງຊາດຕຶກໃໝ່ຂອງ ລາວ, ເຊິ່ງແມ່ນຂອງຂວັນຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ ລາວ.
ທ່ານ ສອນໄຊ ສີພັນດອນ ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ລົງຢ້ຽມ​ຢາມ, ກວດ​ກາຄວາມ​ຄືບ​ໜ້າການກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ ລາວ ຕຶກໃໝ່ - ảnh 1ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາວ ລົງຢ້ຽມຢາມ, ກວດກາຄວາມຄືບໜ້າການກໍ່ສ້າງຫໍສະພາແຫ່ງຊາດ ລາວ ຕຶກໃໝ່ 

ກິດຈະການຫໍສະພາແຫ່ງຊາດ ລາວ ຕຶກໃໝ່  ໂດຍແມ່ທັບນ້ອຍ 11-ກະຊວງປ້ອງກັນປະເທດ ຫວຽດນາມ ປະຕິບັດການກໍ່ສ້າງດ້ວຍງົບປະມານກວ່າ 110 ລ້ານ USD. ໂດຍລາຍງານຕໍ່ກັບ ທ່ານ ສອນໄຊ ສີພັນດອນ, ທ່ານ ພັນເອກ ຫງວຽນຈຽນ, ຮອງຜູ້ບັນຊາການແມ່ທັບນ້ອຍ 11 ໃຫ້ຮູ້ວ່າ: ພາຍຫຼັງດຳເນີນກໍ່ສ້າງເປັນເວລາກວ່າ 2 ປີ , ກິດຈະການຫໍສະພາແຫ່ງຊາດ ລາວ ຕຶກໃໝ່  ໄດ້ສ້າງສຳເລັດໂດຍພື້ນຖານ; ວິສະວະກອນ, ກຳມະກອນກວ່າ 700 ຄົນ ຂອງກົມກອງພວມຮີບດ່ວນຕິດຕັ້ງບັນດາອຸປະກອນເຕັກນິກ, ປະດັບປະດາເຄື່ອງເຟີນີເຈີ… ທ່ານ ສອນໄຊ ສີພັນດອນ ໄດ້ຮັບຮູ້ບັນດາຂໍ້ສະເໜີແນະຂອງ ແມ່ທັບນ້ອຍ 11 ແລະ ຈະຊີ້ນຳບັນດາອົງການທີ່ມີໜ້າທີ່ຂອງ ລາວ ຄົ້ນຄ້ວາຕໍ່ຂໍ້ສະເໜີດັ່ງກ່າວ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ກົມກອງໄດ້ມີແຫຼ່ງແຮງງານ, ວັດສະດຸ, ວັດຖຸດິບ ຢ່າງຄົບຖ້ວນເພື່ອຮັບໃຊ້ການກໍ່ສ້າງໂຄງການມີຄວາມຄືບໜ້າຖືກຕາມກຳນົດເວລາ, ບັນລຸຄຸນນະພາບດ້ານເຕັກນິກ, ຄວາມປານີດ, ສູ້ຊົນກໍ່ສ້າງໃຫ້ສຳເລັດ ແລະ ມອບຮັບກິດຈະການໃນໄຕມາດ 1 ປີ 2021.

ວັນທຽງ-ດັ້ງທຸ່ຍ, ນັກຂ່າວ VOVປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ