ທ່ານ ຫງວຽນ​ຊ​​ວັນ​ຟ​ຸກ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ​ເຂົ້າ​ຮ່ວມ​ ​ງານ​ບຸນ ດອກ​ຝ​າ​ງແດງ​ - ຫ໋າຍ​ຟ່ອງ​ປີ 2019

(VOVWORLD) - ງານບຸນ ດອກຝາງແດງ - ຫ໋າຍຟ່ອງ ປີ 2019ໄດ້ຕິດພັນກັບການສະເຫຼີມສະຫຼອງ 64 ປີແຫ່ງວັນປົດປ່ອຍນະຄອນ ຫ໋າຍຟ່ອງ (13 ພຶດສະພາ 1955 – 13 ພຶດສະພາ 2019). 
ທ່ານ ຫງວຽນ​ຊ​​ວັນ​ຟ​ຸກ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ​ເຂົ້າ​ຮ່ວມ​ ​ງານ​ບຸນ ດອກ​ຝ​າ​ງແດງ​ - ຫ໋າຍ​ຟ່ອງ​ປີ 2019 - ảnh 1ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມງານບຸນ ດອກຝາງແດງ - ຫ໋າຍຟ່ອງ ປີ 2019 

       ຕອນບ່າຍວັນທີ 10 ພຶດສະພາ, ຢູ່ນະຄອນ ຫ໋າຍຟ່ອງ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມງານບຸນ ດອກຝາງແດງ - ຫ໋າຍຟ່ອງ ປີ 2019 ດ້ວຍຫົວຂໍ້ວ່າ: ຫ໋າຍຟ່ອງ - ຈຸດນັດພົບສຳເລັດຜົນ. ນີ້ແມ່ນຄັ້ງທີ 8 ທີ່ນະຄອນ ຫ໋າຍຟ່ອງຈັດຕັ້ງເຫດການນີ້ ແລະ ປີນີ້, ງານບຸນໄດ້ດຳເນີນໃນລະຫວ່າງວັນທີ 10 – 13 ພຶດສະພາ.

        ງານບຸນ ດອກຝາງແດງ - ຫ໋າຍຟ່ອງ ປີ 2019ໄດ້ຕິດພັນກັບການສະເຫຼີມສະຫຼອງ 64 ປີແຫ່ງວັນປົດປ່ອຍນະຄອນ ຫ໋າຍຟ່ອງ (13 ພຶດສະພາ 1955 – 13 ພຶດສະພາ 2019). ສານຂອງ ຫົວຂໍ້: “ຫ໋າຍຟ່ອງ - ຈຸດນັດພົບສຳເລັດຜົນ” ເປັນການຢັ້ງຢືນເຖິງຄວາມບຸກທະລຸຢ່າງຮອບດ້ານຂອງນະຄອນຫ໋າຍຟ່ອງໃນບັນດາຂົງເຂດ; ສະພາບແວດລ້ອມການລົງທຶນທີ່ປອດໂປ່ງ, ໂປງໃສ, ຄວາມສະຫງົບມີສະຖຽນລະພາບທາງການເມືອງທີ່ ແລະ ທີ່ມີຄວາມເປັນລະບຽບຮຽບຮ້ອຍແລະ ປອດໄພທາງສັງຄົມ, ແມ່ນຈຸດນັດພົບທີ່ ເປັນມິດ, ປອດໄພ, ສຳເລັດຜົນໃຫ້ແກ່ນັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ