ທ່ານ​ ເຈິ່ນກ໊ວກເວື້ອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາສູນ​ກາງ​ພັກ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ພາ​ສູງ ອາ​ເມ​ລິ​ກາ

(VOVWORLD) - ທ່ານ Patrick Leahy ໄດ້ຢັ້ງຢືນວ່າ ອາເມລິກາ ຖືເປັນສຳຄັນ ແລະ ປາດຖະໜາຈະເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ໃນທຸກຂົງເຂດໃຫ້ເລິກເຊິ່ງກ່ວາອີກ
ທ່ານ​ ເຈິ່ນກ໊ວກເວື້ອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາສູນ​ກາງ​ພັກ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ພາ​ສູງ ອາ​ເມ​ລິ​ກາ - ảnh 1ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ແລະ ທ່ານ Patrick Leahy ຮອງປະທານ ກຳມາທິການຈັດສັນງົບປະມານອາເມລິກາ (ພາບ: TTXVN)

       ຕອນບ່າຍວັນທີ 18 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາສູງ ອາເມລິກາ ລວມມີ ສະມາຊິກສະພາສູງ ຂອງ ທັງສອງພັກປະຊາທິປາໄຕ ແລະ ພັກສາທາລະນະລັດ 9 ທ່ານ, ເຊິ່ງຕາງໜ້າໃຫ້ແກ່ ລັດ ຕ່າງໆຂອງ ອາເມລິກາ ໂດຍທ່ານ Patrick Leahy ຮອງປະທານ ກຳມາທິການຈັດສັນງົບປະມານອາເມລິກາ ເປັນຫົວໜ້າຄະນະທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທ່ານ ເຈິ່ນກ໊ວກເວື້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຢ່າງຕັ້ງໜ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນສະພາບການທີ່ທັງສອງປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນລະຫວ່າງ ຫວຽດນາມ ກັບ ອາເມລິກາ ເປັນປົກກະຕິ. ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ແຮງ ແລະ ຍົກສູງ ປະສິດທິຜົນຂອງການຮ່ວມມືໃນຫຼາຍຂົງເຂດ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ໃຫ້ຫຼາຍກ່ວາອີກ.

         ສ່ວນທ່ານ Patrick Leahy ໄດ້ຢັ້ງຢືນວ່າ ອາເມລິກາ ຖືເປັນສຳຄັນ ແລະ ປາດຖະໜາຈະເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ໃນທຸກຂົງເຂດໃຫ້ເລິກເຊິ່ງກ່ວາອີກ, ໃນນັ້ນມີການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ