ທ່ານ​ນາງ Liz Truss ໄດ້​ຮັບ​ການ​ແຕ່ງ​ຕັ້ງເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 6 ກັນຍາ, ທ່ານນາງ Liz Truss ໄດ້ກາຍເປັນນາຍົກລັດຖະມົນຕີອັງກິດຢ່າງເປັນທາງການ ພາຍຫຼັງທີ່ ພະລາຊິນີ Elizabeth II ແຕ່ງຕັ້ງໃນພິທີຢູ່ ຫໍຜາສາດ Balmoral ຢູ່ ສະກົດແລນ. 
ທ່ານ​ນາງ Liz Truss ໄດ້​ຮັບ​ການ​ແຕ່ງ​ຕັ້ງເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາງ Liz Truss  (ພາບ: TTXVN)

ວັນທີ 6 ກັນຍາ, ທ່ານນາງ Liz Truss ໄດ້ກາຍເປັນນາຍົກລັດຖະມົນຕີອັງກິດຢ່າງເປັນທາງການ ພາຍຫຼັງທີ່ ພະລາຊິນີ Elizabeth II ແຕ່ງຕັ້ງໃນພິທີຢູ່ ຫໍຜາສາດ Balmoral ຢູ່ ສະກົດແລນ. ແຈ້ງການຂອງວັງ Buckingham ກໍໃຫ້ຮູ້ວ່າ ກ່ອນໜ້ານັ້ນ ພະລາຊິນີ Elizabeth II ໄດ້ເຫັນດີຮັບຮອງຕໍ່ການລ່າອອກຈາກຕຳແໜ່ງຂອງທ່ານ Boris Johnson ເມື່ອທ່ານເຂົ້າຢ້ຽມຂ່ຳນັບ.

ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ ຄົນໃໝ່ ອັງກິດ Liz Truss ໄດ້ປະກາດບັນຊີລາຍຊື່ສະມາຊິກລັດຖະບານໃໝ່. ຕາມນັ້ນແລ້ວ, ທ່ານນາງໄດ້ແຕ່ງຕັ້ງທ່ານ Kwasi Kwarteng ເປັນລັດຖະມົນຕີກະຊວງການເງິນ ທ່ານ James Cleverly ເປັນລັດຖະມົນຕີການຕ່າງປະເທດ ເຊິ່ງເປັນຄົນຜິວຕໍ່

ຜູ້ທຳອິດຢູ່ ອັງກິດ. ໃນຂະນະນັ້ນ, ທ່ານນາງ Therese Coffey ເປັນຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງສາທາລະນະສຸກ, ແລະ ທ່ານ Ben Wallace ສືບຕໍ່ເປັນລັດຖະມົນຕີກະຊວງປ້ອງກັນປະເທດຄືເກົ່າ.


 

ຕອບກັບ

ຂ່າວ/ບົດ​ອື່ນ