ທ່ານນາງນາຍົກລັດຖະມົນຕີຄົນໃຫມ່ຂອງອັງກິດໂອ້ລົມທາງໂທລະສັບກັບການນຳ ຝລັ່ງ, ອິນເດຍ.

(VOVWORLD) -ກະຊວງການຕ່າງປະເທດ ອິນເດຍ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບ, ການນຳສອງທ່ານໄດ້ປຶກສາຫາລື ຫລາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ 
ທ່ານນາງນາຍົກລັດຖະມົນຕີຄົນໃຫມ່ຂອງອັງກິດໂອ້ລົມທາງໂທລະສັບກັບການນຳ ຝລັ່ງ, ອິນເດຍ. - ảnh 1ທ່ານນາງ Liz Truss ນາຍົກລັດຖະມົນຕີຄົນໃຫມ່ຂອງອັງກິດ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: PTI, AP)

ວັນທີ 10 ກັນຍາ, ທ່ານນາງ Liz Truss ນາຍົກລັດຖະມົນຕີຄົນໃຫມ່ຂອງອັງກິດ ໄດ້ໂອ້ລົມທາງໂທລະສັບເປັນຄັ້ງທຳອິດກັບປະທານາທິບໍດີ ຝລັ່ງ Emmanuel Macron. ໃນການໂອ້ລົມທາງໂທລະສັບຄັ້ງນີ້, ສອງຝ່າຍເຫັນດີ ກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ. ການນຳສອງທ່ານກໍ່ສຸມໃສ່ປຶກສາຫາລືກ່ຽວກັບເລື່ອງຫນູນຊ່ວຍໃຫ້ແກ່ ຢູແກຼນ ແລະ ບັນດາມາດຕະການຮັບມືກັບຜົນຮ້າຍຢ້ອນຫລັງຂອງການປະທະກັນ ລະຫວ່າງ ລັດເຊຍ ແລະ ຢູແກຼນ ສຳລັບສະພາບຂາດສະບຽງອາຫານ ແລະ ລາຄາເຊື້ອເພິງ.

ແລະ ກໍ່ໃນວັນທີ 10 ກັນຍາ, ທ່ານນາງ Liz Truss   ກໍ່ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ກະຊວງການຕ່າງປະເທດ ອິນເດຍ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບ, ການນຳສອງທ່ານໄດ້ປຶກສາຫາລື ຫລາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ລວມມີ ຄວາມຄືບຫນ້າວິວັດການ 2030, ບັນດາການເຈລະຈາ FTA ພວມດຳເນີນໄປ, ການຮ່ວມມືປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການພົວພັນແລກປ່ຽນປະຊາຊົນ ລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ