ທ່ານນາງນາຍົກລັດຖະມົນຕີອັງກິດ ຢັ້ງຢືນວ່າ ການໂຈະ Brexit ຈະບໍ່ນໍາມາເຊິ່ງຜົນປະໂຫຍດ

(VOVWORLD) -ເລື່ອງພະຍາຍາມສ້າງກໍລະນີເພື່ອຕໍ່ກໍານົດເວລາ ມາດຕາ 50 ຂອງ ສົນທິສັນຍາ Lisbon ແມ່ນບໍ່ແກ້ໄຂໄດ້ບັນຫາຫຍັງທັງໝົດ” ເພາະວ່າ ສຸດທ້າຍ ປະເທດ ອັງກິດ ຍັງຄົງຕ້ອງຍົກອອກຄໍາຕັດສິນ

ວັນທີ 23 ມັງກອນ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຖືວ່າ ຄວາມມານະພະຍາຍາມຂອງບັນດາສະມາຊິກລັດຖະສະພາສ່ວນໜຶ່ງຂອງປະເທດນີ້ ເພື່ອແນໃສ່ໂຈະກໍານົດເວລາ ອັງກິດ ຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ) ຫຼືເອີ້ນວ່າ Brexit, ບໍ່ແມ່ນຄໍາຕອບໃຫ້ແກ່ບັນຫາ “ຕົ້ນຕໍ” ໃນປັດຈຸບັນດຂອງປະເທດນີ້, ນັ້ນແມ່ນ ຄວນ Brexit ຄືແນວໃດ. ກ່າວຄໍາເຫັນທີ່ສະພາແຫ່ງຊາດ ອັງກິດ, ທ່ານນາງ Theresa May ຊີ້ແຈ້ງວ່າ ເລື່ອງພະຍາຍາມສ້າງກໍລະນີເພື່ອຕໍ່ກໍານົດເວລາ ມາດຕາ 50 ຂອງ ສົນທິສັນຍາ Lisbon ແມ່ນບໍ່ແກ້ໄຂໄດ້ບັນຫາຫຍັງທັງໝົດ” ເພາະວ່າ ສຸດທ້າຍ ປະເທດ ອັງກິດ ຍັງຄົງຕ້ອງຍົກອອກຄໍາຕັດສິນ. ບັນດາການເລືອກເຟັ້ນ ຍັງຄົງບໍ່ມີຫຍັງປ່ຽນແປງ, Brexit ມີຂໍ້ຕົກລົງ, Brexit ບໍ່ມີຂໍ້ຕົກລົງ ຫຼື ບໍ່່ Brexit ອີກ.

        ຖະແຫຼງການດັ່ງກ່າວ ຂອງທ່ານນາງ Theresa May ໄດ້ຍົກອອກມາໃນບັ້ນຂົນຂວາຍ ເພື່ອແນໃສ່ແກ່ຍາວກໍານົດເວລາສຸດທ້າຍ Brexit ພາຍຫຼັງພັກແຮງງານຝ່າຍຄ້ານ ໃຫ້ຮູ້ວ່າ ພັກນີ້ ອາດຈະສະໜັບສະໜູນຂໍ້ສະເໜີດັ່ງກ່າວ ຖ້າຫາກໄດ້ຍົກອອກມາປ່ອນບັດຢູ່່ສະພາແຫ່ງຊາດ. ຕາມຂໍ້ສະເໜີ ໂດຍທ່ານ Yvette Cooper ສະມາຊິກສະພາແຫ່ງຊາດ ສັງກັດພັກແຮງງານ ຍົກອອກມາ ແລ້ວ, ທ່ານນາງ Theresa May ມີເວລາຮອດວັນທີ 26 ກຸມພາ ເພື່ອຊອກຫາຂໍ້ຕົກລົງ Brexit ສະບັບໃໝ່ ທີ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກສະພາແຫ່ງຊາດ, ຖ້າຫາກບໍ່ດັ່ງນັ້ນ, ທ່ານຈະຕ້ອງປະເຊີນໜ້າກັບການປ່່ອນບັດ ເພື່ອໂຈະກໍານົດເວລາ Brexit.


ຕອບກັບ

ຂ່າວ/ບົດ​ອື່ນ