ທ່ານນາງປະທານສະພາແຫ່ງຊາດ ມອບຂອງຂວັນບຸນເຕັດໃຫ້ບັນດາເດັກນ້ອຍເປັນພະຍາດມະເຮັງ

(VOVWORLD) - ວັນທີ 5 ກຸມພາ, ຢູ່ ຮ່າໂນ້ຍ, ໂຮງໝໍໂລຫິດສາດ ແລະ ສົ່ງເລືອດສູນກາງ, ກອງທຶນໜູນຊ່ວຍຜູ້ເປັນພະຍາດມະເຮັງ - ອະນາຄົດສົດໃສ ແລະ ໜັງສືພິມຕວຍແຈ (ໄລໜຸ່ມ) ຈັດຕັ້ງລາຍການ “ລະດູບານໃໝ່ແຫ່ງຄວາມຮັກແພງ, ບຸນເຕັດໃຫ້ຜູ້ເປັນພະຍາດມະເຮັງ“.
ທ່ານນາງປະທານສະພາແຫ່ງຊາດ ມອບຂອງຂວັນບຸນເຕັດໃຫ້ບັນດາເດັກນ້ອຍເປັນພະຍາດມະເຮັງ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ມອບຂອງຂວັນບຸນເຕັດໃຫ້ບັນດາເດັກນ້ອຍເປັນພະຍາດມະເຮັງ)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຂອງຂວັນ 100 ພູດໃຫ້ບັນດາຜູ້ເປັນພະຍາດມະເຮັງທີ່ປະສົບກັບຄວາມຫຍຸ້ງຍາກເຊິ່ງພວມປິ່ນປົວຢູ່ໂຮງໝໍ ໂລຫິດສາດ ແລະ ສົ່ງເລືອດສູນກາງ. ກ່າວຄວາມເຫັນທີ່ລາຍການ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ:

        “ຂ້າພະເຈົ້າຫວັງວ່າ, ບັນດາລາຍການທີ່ມີຄວາມໝາຍຄືດັ່ງກ່າວຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ນຳມາເຊິ່ງຄວາມເບິກບານມ່ວນຊື່ນ, ຄວາມຫວັງໃຫ້ບັນດາຜູ້ເປັນພະຍາດມະເຮັງ. ພິເສດແມ່ນເດັກນ້ອຍທີ່ເປັນພະຍາດອັນຕະລາຍນີ້. ພັກ, ລັດຍາມໃດກໍ່ເອົາໃຈໃສ່, ສະຫງວນທຸກແຫຼ່ງກຳລັງ ແລະ ຊີ້ນຳເຖິງວຽກງານສົ່ງເສີມ, ກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. ສູນກາງກໍ່ໄດ້ອອກມະຕິເພ່ືອຍົກສູງຄວາມຮັບຮູ້ ແລະ ການດຳເນີນງານ, ກໍ່ຄືເພີ່ມທະວີແຫຼ່ງກຳລັງໃຫ້ແກ່ການເຄື່ອນໄຫວຂອງຂະແໜງສາທາລະນະສຸກ, ເພື່ອເຮັດວຽກງານກວດ, ປິ່ນປົວພະຍາດໃຫ້ຄົນເຈັບເວົ້າລວມ ແລະ ຜູ້ເປັນພະຍາດມະເຮັງເວົ້າສະເພາະ“.

ຕອບກັບ

ຂ່າວ/ບົດ​ອື່ນ