ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານປະທານສະພາສູງ ລາຊະອານາຈັກແບນຊິກ Jacques Brotchi

(VOVWORLD) -ຕອນເຊົ້າວັນທີ 04  ເມສາ, ຢູ່ສໍານັກງານສະພາສູງ ແບນຊິກ, ນະຄອນຫຼວງ ບຣຸກແຊນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານປະທານສະພາສູງລາຊະອານາຈັກແບນຊິກ Jacques Brotchi.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານປະທານສະພາສູງ ລາຊະອານາຈັກແບນຊິກ Jacques Brotchi - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານປະທານສະພາສູງ ລາຊະອານາຈັກແບນຊິກ Jacques Brotchi (ພາບ: vietnamplus.vn)

ທີ່ການຕ້ອນຮັບ,  ທ່ານປະທານສະພາສູງ ລາຊະອານາຈັກແບນຊິກ Jacques Brotchi  ໃຫ້ຮູ້ວ່່າ ແບນຊິກ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ ຍ້ອນສອງປະເທດມີການພົວພັນຢ່າງສະໜິດແໜ້ນ ແລະ ຊອກໄດ້ທັດສະນະລວມຢ່າງງ່າຍດາຍໃນບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່່າ ການຢ້ຽມຢາມແບນຊິກຄັ້ງນີ້ ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແມ່ນເພື່ອແນໃສ່ຮັກສາ ແລະ ຊຸກຍູ້ຢ່າງແຮງການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ແລະ ສະພາແຫ່ງຊາດຫວຽດນາມ ກັບ ລັດຖະສະພາແບນຊິກເວົ້າສະເພາະ.  ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ ປັດຈຸບັນ,ຫວຽດນາມ ມີການພົວພັນດ້ານການຄ້າກັບ ປະມານ 200 ປະເທດ ແລະ ເຂດແຄວ້ນ; ໃນໄລຍະ 3 ປີ ຜ່ານມາ ຫວຽດນາມ ແມ່ນປະເທດສົ່ງອອກຢ່າງລຽນຕິດ. ສະຫະພາບເອີຣົບ, ໃນນັ້ນ ມີແບນຊິກ ແມ່ນຕະຫຼາດໃຫຍ່ຂອງຫວຽດນາມ.

        ທ່ານປະທານສະພາສູງແບນຊິກ ຖືວ່າ ລາຊະອານາຈັກ ແບນຊິກ ຢາກປັບປຸງໝາກຜົນການຮ່ວມມື ເຊິ່ງສອງປະເທດບັນລຸໄດ້, ເປີດກວ້າງກວ່າອີກ ແລະ ພັດທະນາໃນບັນດາຂົງເຂດໃໝ່. ປັດຈຸບັນ,ແບນຊິກ ຢາກເປີດກວ້າງການຮ່ວມມືໄປຍັງ ອາຊີ, ພິເສດແມ່ນຫວຽດນາມ. ວິສາຫະກິດຫຼາຍແຫ່ງຂອງແບນຊິກພວມລົງທຶນຢູ່ຫວຽດນາມ ແລະ ຢາກສືບຕໍ່ເປີດກວ້າງການລົງທຶນຫຼາຍກວ່າອີກ.

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາສູງ ລາຊະອານາຈັກແບນຊິກ Jacques Brotchi ກໍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ (EVFTA) ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ