ທ່ານນາງປະທານສະພາແຫ່ງຊາດລາວອວຍພອນວັນຊາດຫວຽດນາມແກ່ພົນລະພາກຫຼວງ 11

(VOVWORLD) - ຕອນຄ່ຳວັນທີ 2 ກັນຍາ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເດີນທາງໄປກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດລາວທີ່ ນະຄອນຫຼວງວຽງຈັນ ເພື່ອອວຍພອນພະນັກງານ, ນັກຮົບ, ທະຫານ, ກຳມະກອນຂອງພົນລະພາກຫຼວງ 11 ກອງທັບຫວຽດນາມ, ແລະໜ່ວຍປະຕິບັດການກໍ່ສ້າງກິດຈະກຳດັ່ງກ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 74 ປີ (02/09/1945-02/09/2019).
ທ່ານນາງປະທານສະພາແຫ່ງຊາດລາວອວຍພອນວັນຊາດຫວຽດນາມແກ່ພົນລະພາກຫຼວງ 11 - ảnh 1ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະຜູ້ແທນສະພາແຫ່ງຊາດລາວ ອວຍພອນພະນັກງານ, ນັກຮົບ, ທະຫານ, ກຳມະກອນຂອງພົນລະພາກຫຼວງ 11 ກອງທັບຫວຽດນາມ (ພາບ: nhandan.com.vn)

ກ່າວຄຳເຫັນນະທີ່ນີ້, ທ່ານພົນຈັດຕະວາຫງວຽນກວັກຢຸ໋ງ, ຜູ້ບັນຊາການພົນລະພາກຫຼວງ, ຢັ້ງຢືນວ່າ: ໂຄງການດັ່ງກ່າວບໍ່ພຽງແຕ່ໄດ້ ມອບ-ຮັບຖືກຕາມລະດັບຄວາມຄືບໜ້າເທົ່ານັ້ນ, ຫາກຍັງມີຄວາມຮັບປະກັນຄຸນນະພາບຂອງໂຄງການດ້ວຍວິທີການທີ່ດີທີ່ສຸດ, ຕອບສະໜອງໄດ້ຕາມມາດຕະຖານຊຶ່ງບໍລິສັດຕິດຕາມກວດກາສາກົນພວມປະຕິບັດ, ກໍ່ຄືດັ່ງຝ່າຍລາວໄດ້ວາງອອກ. ເປັນໂຄງການໄດ້ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ເຕັກນິກທີ່ກ້າວໜ້າທີ່ສຸດໃນປັດຈຸບັນ ທັງມີລັກສະນະວັດທະນະທຳທີ່ເປັນມູນເຊື້ອເອກະລັກສະເພາະຂອງລາວແຕ່ກໍ່ຍັງຮັບປະກັນເຖິງການປະສົມປະສານກັບຄວາມເປັນທັນສະໄໝ ແລະ ມີຄວາມສະດວກສະບາຍ.

        ທ່ານນາງປານີຢາທໍ່ຕູ້ ປະທານສະພາແຫ່ງຊາດລາວກໍ່ໄດ້ຢັ້ງຢືນວ່າ: ການນຳພັກ, ລັດຂອງລາວ, ໃນທຸກໆສະໄໝລ້ວນແຕ່ຕີລາຄາສູງຕໍ່ນ້ຳໃຈຮັກແພງສາມັກຄີທີ່ໜຽວແໜ້ນແລະໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນຂອງຊົນຊາດຫວຽດນາມ. ກິດຈະກຳດັ່ງກ່າວບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນແຕ່ຍັງແມ່ນຄຸນຄ່າທາງດ້ານຈິດໃຈທີ່ການນຳພັກ, ລັດ, ສະພາແຫ່ງຊາດລາວ, ປະຊາຊົນລາວຍາມໃດກໍ່ໃຫ້ຄວາມຖະນຸຖະໜອມຮັກແພງນັບຖືອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ