ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນເລີ່ມຕົ້ນການຢ້ຽມຢາມມຽນມາຢ່າງເປັນທາງການ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນເລີ່ມຕົ້ນການຢ້ຽມຢາມມຽນມາຢ່າງເປັນທາງການ - ảnh 1
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ
ເລີ່ມຕົ້ນການຢ້ຽມຢາມມຽນມາຢ່າງເປັນທາງການ

(vovworld) - ​ ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Mahn Win Khaing Than ປະທານ​ສະພາ​ແຫ່ງ​ຊາດ​ສາທາລະນະ​ລັດສະຫະພັນ ມຽນມາ. ພາຍຫລັງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ມິດຕະພາບ ລາຊະ​ອານາຈັກ ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ, ຕອນ​ຄ່ຳ​ວັນ​ທີ 28/09, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ເດີນທາງ​ໄປ​ຮອດ​ສະໜາມ​ບິນ​ສາກົນ Nay Pyi Taw ມຽນມາ. ທີ່​ພິທີ​ຕ້ອນຮັບ​ຄະນະ​ມີ​ທ່ານ Aye Tha Aung ຮອງ​ປະທານ​ສະພາ​ສູງ ມຽນມ​າ, ​ເຈົ້າ​ໜ້າ​ທີ່​ສະພາ​ແຫ່ງ​ຊາດ ມຽນມາ; ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ລ້ວນ​ຖູ​່ຍ​ເຢືອງ ​ແລະ ບັນດາ​ພະນັກງານ​ສະຖານທູດ ຫວຽດນາມ ປະຈຳ ມຽນມາ.

        ການຢ້ຽມຢາມຄັ້ງ​ນີ້ ສະ​ແດງ​ຄວາມ​ຕັດສິນ​ໃຈ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ທີ່ປາດ​ຖະໜາ​ຢາກ​ປັບປຸງ, ຊຸກຍູ້​ການ​ພົວພັນ​ມິດຕະພາບທີ່​​ເປັນ​ມູນ​ເຊື້ອ ​ແລ​ະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ 2 ລັດ, ປະຊາຊົນ 2 ປະ​ເທດ ຫວຽດນາມ - ມຽນມາ ​ເວົ້າ​ລວມ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ວາ​ອີກ​ລະຫວ່າງ 2 ອົງການນິຕິບັນຍັດ ຫວຽດນາມ - ມຽນມາ ​ເວົ້າ​ສະ​ເພາະກ່ວາ​ອີກ​.

        ​ແລະ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຈະ​ເຂົ້າ​ຮ່ວມ ​ແລະ ກ່ວາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄົບ​ຄະນະຄັ້ງ​ທີ 1 ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ ອາ​ຊຽນ ຄັ້ງ​ທີ 37 (AIPA 37) ທີ່ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 29/09 – 03/10 ຢູ່​ນະຄອນຫລວງ Nay Pyi Taw ມຽນມາ.

 

 

 

 


ຂ່າວ/ບົດ​ອື່ນ