ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະກຳມະການສັນຕິພາບແລະສາມັກຄີລາວ

(VOVWORLD) -ວັນທີ 22 ສິງຫາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ຕ້ອນຮັບຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ ໂດຍທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ສປປລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ ນຳຫນ້າ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະກຳມະການສັນຕິພາບແລະສາມັກຄີລາວ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບ

ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ສປປລາວ)


ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຢືນຢັນວ່າ: ການນຳພັກ ແລະລັດຫວຽດນາມ ຍາມໃດກໍ່ສະຫນັບສະຫນູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາອົງການຈັດຕັ້ງ, ປະຊາຊົນ ຫວຽດນາມເພີ່ມທະວີ, ປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືກັບອົງການຈັດຕັ້ງ, ປະຊາຊົນລາວ. ທ່ານນາງປະທານສະພາແຫ່ງຊາດ ຕີລາຄາສູງບົດບາດ ແລະບັນດາການເຄື່ອນໄຫວມິດຕະພາບການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງ, ປະຊາຊົນສອງປະເທດ, ໃນນັ້ນ ມີຄະນະກຳມະການສັນຕິພາບ ຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວໃນໄລຍະຜ່ານມາ ແລະ ເນັ້ນຫນັກວ່າ ບັນດາການເຄື່ອນໄຫວມີຄວາມໝາຍສຳຄັນພິເສດ, ປະກອບສ່ວນຢ່າງແທດຈິງ ເພື່ອແນໃສ່ປັບປຸງສາຍພົວພັນທີ່ເປັນມູນເຊື້ອມີມາແຕ່ດົນນານຂອງສອງປະເທດຫວຽດນາມ ລາວ. ການນຳພັກ ແລະ ລັດຫວຽດນາມ ຍາມໃດກໍ່ສະຫນັບສະຫນູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາອົງການຈັດຕັ້ງ, ປະຊາຊົນ ຫວຽດນາມ ເພີ່ມທະວີ, ປັບປຸງ ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາອົງການຈັດຕັ້ງ, ປະຊາຊົນລາວ. 

ຕອບກັບ

ຂ່າວ/ບົດ​ອື່ນ