ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນເຮັດວຽກກັບການນຳແຂວງກວ໋າງຈິ

(VOVWORLD) -ຕອນບ່າຍວັນທີ 28 ທັນວາ ຢູ່ ແຂວງ ກວ໋າງຈິ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ມີການເຮັດວຽກກັບການນຳແຂວງກວ໋າງຈິ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນເຮັດວຽກກັບການນຳແຂວງກວ໋າງຈິ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ເຮັດວຽກກັບການນຳແຂວງກວ໋າງຈິ

ທ່ານນາງປະທານສະພາແຫ່ງຊາດ ສະເຫນີແຂວງ ກວ໋າງຈິ ຄວນຍົກສູງປະສິດທິຜົນບັນດາເຂດອຸດສາຫະກຳ ແລະພັດທະນາການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫລາຍກວ່າອີກ, ດຶງດູດເງິນລົງທຶນຈາກຕ່າງປະເທດ. ສຳລັບແຜນຮ່າງ Festival “ເພື່ອສັນຕິພາບ”, ທ່ານນາງປະທານສະພາແຫ່ງຊາດ ຕີລາຄາສູງແນວຄວາມຄິດຂອງແຜນຮ່າງເຊື່ອມຕໍ່ບັນດາສູນວັດທະນະທຳ, ປະຫວັດສາດ, ສະພາແຫ່ງຊາດ ຈະມີຄຳເຫັນ ແລະສະຫນັບສະຫນູນແຜນຮ່າງນີ້.  ນອກນັ້ນ ທ່ານນາງປະທານສະພາແຫ່ງຊາດ ຍັງສະເຫນີວ່າ:

“ແຂວງກວ໋າງຈິ ຕ້ອງກະກຽມເປັນຢ່າງດີເພື່ອດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ. ປະຕິບັດ ບັນດາມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ, ມະຕິຂອງອົງຄະນະພັກແຂວງໃຫ້ເປັນຢ່າງດີ. ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງໃຫ້ປອດໃສ ໝັ້ນຄົງເຂັ້ມແຂງ ແລະ ປະຕິບັດວຽກງານພະນັກງານເປັນຢ່າງດີ. ເພີ່ມທະວີວຽກງານແນວຄິດ, ຂົນຂວາຍປະຊາຊົນ, ຕິດຕາມກວດກາເພື່ອຮັກສາລະບຽບວິໄນຂອງພັກຢ່າງເຂັ້ມງວດ”

 

 

ຕອບກັບ

ຂ່າວ/ບົດ​ອື່ນ