ທ່ານນາງປະທານາທິບໍດີ ສ.ເກົາຫຼີ ຖືກປົດຕຳແໜ່ງ Park Geun-hye ຝາກຄຳຂໍໂທດເຖິງປະຊາຊົນ

ທ່ານນາງປະທານາທິບໍດີ ສ.ເກົາຫຼີ ຖືກປົດຕຳແໜ່ງ Park Geun-hye ຝາກຄຳຂໍໂທດເຖິງປະຊາຊົນ - ảnh 1
ທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ
ຜູ້ຖືກ​ປົດ​ຕຳ​​ແໜ່​ງ Park Geun – hye
(ພາບ: AFP/TTXVN)

(vovworld) - ວັນ​ທີ 12/03 ທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ ຜູ້ຖືກ​ປົດ​ຕຳ​​ແໜ່​ງ Park Geun – hye ​ໄດ​້ຝາກ​ຄຳ​ຂໍ​ໂທດ​ເຖິງ​ປະຊາຊົນ ຍ້ອນ​ບໍ່​ປະຕິ​ບັດ​ສຳ​ເລັດໜ້າ​ທີ່​ເປັນ​ປະທານາທິບໍດີ ​ໃນ​ອາຍຸ​ການ​ທີ່​ແກ່ຍາວ​ເປັນ​ເວລາ 5 ປີ​ເຖິງ​ເດືອນ 02/2018. ​​ກ່ອນໜ້າ​ນັ້ນ​ໃນ​ວັນ​ດຽວ​ກັນ​, ທ່ານ​ນາງ Park Geun – hye ​ໄດ້​ຍ້າຍອອກ​ຈາກ​ທຳນຽບຂຽວ, ພາຍຫລັງທີ່​ສານ​ລັດຖະທຳ​ມະນູນ ສ.​ເກົາຫຼີ ສະໜັບສະໜູນ​ການ​​ໄຈ​້​ແຍກໂທດ ​ແລະ ປົດ​ຕຳ​ແໜ່​ງມທ່ານ​ນາງ Park Geun – hye ທີ່​​ກ່ຽວຂ້ອງ​ເຖິງ​ເຫ​ດການ​ປັນ​ປວນສໍ້​ລາດ​ບັງ​ຫລວງ​ຢ່າງ​ຮ້າຍ​ແຮງ​ເປັນ​ເວລາ 2 ວັນ. ຕາມ​ກົດ​ໝາຍ​ກຳນົດ​ໄວ້, ສ.​ເກົາ​ຫຼີ ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ຮອບ 60 ວັນ ນັບ​ແຕ່​​ສານ​ລັດຖະທ​ຳມະນູນ ​ອອກ​ຄຳ​ຕັດສິນ​ປົດ​ຕຳ​ແໜ່​ງທ່ານ​ນາງ Park Geun – hye.

ຕອບກັບ

ຂ່າວ/ບົດ​ອື່ນ