ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດເດີນທາງເຂົ້າຮ່ວມພິໄວ້ອາໄລຜູ້ນຳກູບາທ່ານFidelCastroRuz

ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດເດີນທາງເຂົ້າຮ່ວມພິໄວ້ອາໄລຜູ້ນຳກູບາທ່ານFidelCastroRuz - ảnh 1
ປະ​ເທດ ກູ​ບາ ໄວ້​ທຸກ ການ​ນຳ Fidel Castro Ruz ເປັນ​ເວ​ລາ 9 ວັນ
(ພາບ: AP)

(vovworld)- ຕອນ​ເຊົ້າ​ ວັນ​ທີ 28/11, ທ່ານ​ ນາງ​ ຫງວຽນ​ທິ​ກິມ​ເງິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ຜ​ູ້​ແທນ​ຂັ​້ນ​ສູງ​ພັກ, ລັດຫວຽດ​ນາມ ໄດ້​ເດີນ​ທາງ​ໄປ​ກູ​ບາ, ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​​ໄວ້​ອາ​ໄລຜູ້​ນຳ​ກູ​ບາ ທ່ານ Fidel Castro Ruz, ອະ​ດີດ​ເລ​ຂາ​ທິ​ການ​ຜູ້​ທີ່ 1 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ກູ​ບາ, ອະ​​ດີດ​ປະ​ທານ​ສະ​ພາ​ແຫ່ງ​ລັດ ແລະ ສະ​ພາ​ລັດ​ຖະ​ມົນ​ຕີ​ກູ​ບາ, ຜູ​້ນຳຂອງ​ປະ​ຊາ​ຊົນ​ກູ​ບາ ໃນ​ລະ​ຫວ່າງ ວັນ​ທີ 28-23/11.

        ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ​ຫວຽດ​ນາມ ​ທີ່ເຂົ້າ​ຮ່ວມ​​ງານ​ສົບ​ລະ​ດັບ​ຊາດຜູ້​ນຳ​ກູ​ບາ ທ່ານ Fidel Castro Ruz ມີ: ທ່ານ​ ນາງ​ ຫງວຽນ​ທິ​ກິມ​ເງິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ; ​ທ່ານ ຫງວຽນ​ແຫ້ງ​ຟຸກ ຫົວ​ໜ້າ​ຫ້ອງ​​ວ່າການ​ສະ​ພາ​ແຫ່ງ​ຊາດ; ທ່ານ ເຢືອງ​ມິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນ​າມ ປະ​ຈຳ​ກູ​ບາ.

        ທ່ານ ປະ​ທານ Fidel Castro Ruz ເກີດ​ວັນ​ທີ 13/8/1926, ​ໄດ້​ເຖິງ​ແກ່ມໍ​ລະ​ນະ​ກຳ ວັນ​ທີ 25/11/2016. ການ​ໄວ້​​​ທຸກ​ລະ​ດັບ​ຊາດ​ ຜູ້​ນຳ Fidel Castro Ruz ​ແມ່ນໄດ້​ຈັດ​ຂື້ນ​ເປັນ​ເວ​ລາ 9 ວັນ, ໃນ​ລະ​ຫວ່າງ ວັນ​ທີ 26/11-4/12/2016 ​ຄາວ​ຍັງ​ມີ​ຊີ​ວິດຢູ່ ທ່ານ​ປະ​ທານ Fidel Castro Ruz ແມ່ນ​ເພື່ອນ​​ຫຍິ່ງ​ໃຫຍ່​ ຂອງ​ຫວຽດ​ນາມ. ທ່ານກໍ່​ແມ່ນ​ປະ​ມຸກ​ລັດ ນຳ​ໜ້າ​ໃນ​ຂະ​ບວນການ​ສາ​ກົນ, ສະ​ໜັບ​ສະ​ໜູນ​ການ​ຕໍ່​ສູ້ ເພື່ອ​​ຄວາມເປັນທຳ​ຂອງ​ປະ​ຊາ​ຊົນຫວຽດ​ນາມ, ເພື່ອ​​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ຄວາມ​ເປັນເອ​ກະ​ພາບຂອງ​ປະ​ເທດ​ຊາດ​ ກ່ອນ​ນີ້, ກໍ່​ຄື​ພາ​ລະ​ກິດປົກ​ປັກ​ຮັກ​ສາ​ ແລະ ສ້າງ​ສາປະ​ເທດ​ຊາດ​ຫວຽ​ດ​ນາມ ສັງ​ຄົມ​ນິ​ຍົມ​​ຄືນ​ໃໝ່ໃນ​ປະ​ຈຸ​ບັນ.


ຂ່າວ/ບົດ​ອື່ນ