ທ່ານ​ນາງ​ຮອງປະ​ທານ​​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ພົບ​ປະ​ເຈ​ລະ​ຈ​າ​ກັບ​ ທ່ານ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Venkaiah Naidu

(VOVWORLD) - ສອງຝ່າຍໄດ້ເຫັນດີວ່າ ເສດຖະກິດ - ການຄ້າ - ການລົງທຶນແມ່ນຂົງເຂດຈຸດສຸມຄວນໄດ້ຮັບການຊຸກຍູ້ ແລະ ພ້ອມກັນມານະພະຍາຍາມບັນລຸໄດ້ເປົ້າໝາຍວົງເງິນ 15 ຕື້ USD ໃນໄລຍະຈະມາເຖິງ, ເພີ່ມທະວີຊຸກຍູ້ການລົງທຶນ, ເປັນຕົ້ນແມ່ນບັນດາຂົງເຂດ
ທ່ານ​ນາງ​ຮອງປະ​ທານ​​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ພົບ​ປະ​ເຈ​ລະ​ຈ​າ​ກັບ​ ທ່ານ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Venkaiah Naidu - ảnh 1ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທຶ້ງ ແລະ ຮອງປະທານາທິບໍດີ ອິນເດຍ  (ພາບ: chinhphu.vn)

       ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ໄດ້ເປັນປະທານໃນພິທີຕ້ອນຮັບ ທ່ານຮອງປະທານາທິບໍດີ ອິນເດຍຢ່າງເປັນທາງການເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມບຸນວິສາຂະບູຊາສະຫະປະຊາຊາດ 2019 (Vesak 2019) ໃນລະຫວ່າງ ວັນທີ 09 – 12 ພຶດສະພາ ປີ 2019. ພາຍຫຼັງພິທີຕ້ອນຮັບ, ທ່ານນາງ ຮອງປະທານປະເທດ ໄດ້ມີການພົບປະເຈລະຈາກັບທ່ານ ຮອງປະທານາທິບໍດີ ອິນເດຍ Venkaiah Naidu.

        ທີ່ການພົບປະເຈລະຈາ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ໃນທຸກຂັ້ນ, ຜ່ານບັນດາຊ່ອງທາງພັກ, ລັດ, ທ້ອງຖິ່ນເປັນປະຈຳ ແລະ ພົບປະແລກປ່ຽນປະຊາຊົນພ້ອມທັງຜັນຂະຫຍາຍບັນດາເອກະສານການຮ່ວມມືທີ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນ. ສອງຝ່າຍໄດ້ເຫັນດີວ່າ ເສດຖະກິດ - ການຄ້າ - ການລົງທຶນແມ່ນຂົງເຂດຈຸດສຸມຄວນໄດ້ຮັບການຊຸກຍູ້ ແລະ ພ້ອມກັນມານະພະຍາຍາມບັນລຸໄດ້ເປົ້າໝາຍວົງເງິນ 15 ຕື້ USD ໃນໄລຍະຈະມາເຖິງ, ເພີ່ມທະວີຊຸກຍູ້ການລົງທຶນ, ເປັນຕົ້ນແມ່ນບັນດາຂົງເຂດຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ພະລັງງານ, ພະລັງງານຜະລິດຄືນໃໝ່, ພື້ນຖານໂຄງລ່າງ, ກະສິກຳທີ່ມີຄຸນນະພາບສູງ, ການປ່ຽນແປງໃໝ່ປະດິດສ້າງ, ນ້ຳມັນອາຍແກັດ ແລະ ການບິນ.

        ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ໃນໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ໃນພາກພື້ນ ແລະ ສາກົນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມອາຍຸການ 2020 -2021, ອິນເດຍ ອາຍຸການ 2021 -2022.

ພາຍຫຼັງການພົບປະເຈລະຈາ, ທ່ານນາງຮອງປະທານປະເທດ ແລະ ທ່ານ ຮອງປະທານາທິບໍດີ ອິນເດຍໄດ້ເປັນປະທານຮ່ວມໃນການຖະແຫຼງຂ່າວເພື່ອແຈ້ງໝາກຜົນຂອງການພົບປະເຈລະຈາ. ທ່ານນາງຮອງປະທານປະເທດ ໃຫ້ຮູ້ວ່າ ຫວຽດນາມຕີລາຄາສູງເລື່ອງອິນເດຍສືບຕໍ່ສະໜອງບັນດາທຶນການສຶກສາໄລຍະສັ້ນ ແລະ ໄລຍະຍາວໃຫ້ແກ່ນັກສຶກສາ, ພະນັກງານ ຫວຽດນາມ, ກໍ່ຄືການໜູນຊ່ວຍບັນດາໂຄງການພັດທະນາໃນບັນດາຂົງເຂດທີ່ ຫວຽດນາມມີຄວາມຕ້ອງການ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຈັດຕັ້ງການປະຊຸມກຸ່ມປະຕິບັດງານຮ່ວມກ່ຽວກັບການຮ່ວມມືດ້ານກະສິກຳ ແລະ ສິນໃນນ້ຳໂດຍໄວ.

ສ່ວນທ່ານ Venkaiah Naidu ໃຫ້ຮູ້ວ່າທີ່ການພົບປະເຈລະຈາສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ໍຊຸກຍູ້ການຮ່ວມມືສອງຝ່າຍໃນທຸກໆຂົງເຂດໃຫ້ຫຼາຍກ່ວາອີກ.

ແລະກໍ່ໃນຕອນບ່າຍວັນທີ 10 ພຶດສະພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສານສູນກາງ ສປປ.ເກົາຫຼີໂດຍທ່ານ Kang Yun Sok ປະທານສານສູນກາງ ສປປ.ເກົາຫຼີເປັນຫົວໜ້າຄະນະ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດໄດ້ຊີ້ແຈ້ງວ່າໃນໄລຍະຜ່ານມາ, ການພົວພັນມິດຕະພາບ ຫວຽດນາມ - ສປປ.ເກົາຫຼີ ໄດ້ຮັບການປັບປຸງດ້ວຍບັນດາການຢ້ຽມຢາມຂັ້ນສູງຂອງການນຳສອງປະເທດ. ຫວຽດນາມ ແລະ ສປປ.ເກົາຫຼີໄດ້ລົງນາມໃນສັນຍາສຳຄັນຫຼາຍສະບັບໃນຫຼາຍຂົງເຂດ. ໃນໄລຍະຈະມາເຖິງ, ທ່ານນາງຮອງປະທານປະເທດໄດ້ສະເໜີວ່າ ສອງປະເທດຄວນສືບຕໍ່ຮັດແໜ້ນ ແລະ ປັບປຸງການພົວພັນດ້ານຕຸລາການ; ພ້ອມທັງສະແດງຄວາມຫວັງວ່າ ສອງຝ່າຍຈະແບ່ງປັນແນວຄວາມ ແລະ ບົດຮຽນໃນການປະຕິຮູບຕຸລາການ ແລະ ປັບປຸງລະບົບສານໃຫ້ສົມບູນ.

ສ່ວນທ່ານ Kang Yun Sokໄດ້ເນັ້ນໜັກເຖິງການພົວພັນຮ່ວມມືລະຫວ່າງສອງປະເທດເຊິ່ງໄດ້ຮັບການຍູ້ແຮງ, ດ້ວຍບັນດາບາດກ້າວໃໝ່ໃນການແບ່ງປັນການຮ່ວມມືຜ່ານບັນດາການຢ້ຽມຢາມຂັ້ນສູງຂອງການນຳສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ