ທ່ານນາງຮອງປະທານປະເທດ ດັ້ງທິງັອກທີ້ງ ຢ້ຽມຢາມ ແລະ ມອບຂອງຂັວນບຸນເຕັດປີໃໝ່ ໃຫ້ບັນດາເປົ້າໝາຍຢູ່ແຂວງ ລອງອານ

(VOVWORLD) -ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງັອກທີ້ງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ເດັກນ້ອຍທີ່ປະສົບຄວາມຫຍຸ້ງຍາກເປັນພິເສດ
ທ່ານນາງຮອງປະທານປະເທດ ດັ້ງທິງັອກທີ້ງ ຢ້ຽມຢາມ ແລະ ມອບຂອງຂັວນບຸນເຕັດປີໃໝ່ ໃຫ້ບັນດາເປົ້າໝາຍຢູ່ແຂວງ ລອງອານ - ảnh 1 ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງັອກທີ້ງ ຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ (ພາບ: TTXVN)

ເນື່ອງໃນໂອກາດປີໃໝ່ ປີກຸນ 2019, ຕອນບ່າຍວັນທີ 28 ມັງກອນ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງັອກທີ້ງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ເດັກນ້ອຍທີ່ປະສົບຄວາມຫຍຸ້ງຍາກເປັນພິເສດ ຢູ່ຕາແສງ ອານລຸກລອງ, ເມືອງ ເຈົາແທ່ງ, ແຂວງ ລອງອານ. ທ່ານນາງຮອງປະທານປະເທດ ດັ້ງທິງັອກທີ້ງ ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ອົງຄະນະພັກ, ອຳນາດການປົກຄອງແຂວງລອງອານ ຈົ່ງສືບຕໍ່ປະຕິບັດບັນດາມາດຕະການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນໃຫ້ເປັນຢ່າງດີ; ເພີ່ມທະວີວຽກງານສະຫວັດດີການສັງຄົມຫຼາຍຂຶ້ນຕຶ່ນ, ເອົາໃຈໃສ່ເບິ່ງແຍງບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ໃນບໍລິເວນ.

ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ໄດ້ເຂົ້າຮ່ວມພິທີສະຫຼອງໂຄງການເສັ້ນທາງຊົນລະປະທານ ຈ໋ຽນເດົ໋າ (ເຈົາແທ່ງ, ລອງອານ).

ຕອບກັບ

ຂ່າວ/ບົດ​ອື່ນ