ທ່ານ​ນາງ​ຮອງປະ​ທານ​ປະ​ເທດ ຫ​ວໍ​ທິ​ແອັງ​ຊວັນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ຊາວ​ໜຸ່ມ​ຄົນ​ພິ​ການ​ດີ​ເດັ່ນ​ທົ່ວ​ປະ​ເທດ

(VOVWORLD) -ລາຍການ “ພະລັງແຮງ ຫວຽດປະກາຍແຈ້ງ” ປີ 2022 ໄດ້ຈັດຂຶ້ນເພື່ອແນໃສ່ຊອກຫາ ແລະ ເຊີດຊູຮູບແບບຊາວໜຸ່ມຄົນພິການດີເດັ່ນ, ມີມານະຈິດ, ຜ່ານຜ່າສະພາບການຫຍຸ້ງຍາກ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາຂອງປະຊາຄົມ.
ທ່ານ​ນາງ​ຮອງປະ​ທານ​ປະ​ເທດ ຫ​ວໍ​ທິ​ແອັງ​ຊວັນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ຊາວ​ໜຸ່ມ​ຄົນ​ພິ​ການ​ດີ​ເດັ່ນ​ທົ່ວ​ປະ​ເທດ - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ລາຍການ 

ຕອນບ່າຍວັນທີ 28 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ພົບປະກັບຄະນະຜູ້ແທນຊາວໜຸ່ມຄົນພິການດີເດັ່ນທົ່ວປະເທດ ເນື່ອງໃນໂອກາດເຂົ້າຮ່ວມລາຍການ “ພະລັງແຮງ ຫວຽດປະກາຍແຈ້ງ” ປີ 2022 ໄດ້ຈັດຂຶ້ນເພື່ອແນໃສ່ຊອກຫາ ແລະ ເຊີດຊູຮູບແບບຊາວໜຸ່ມຄົນພິການດີເດັ່ນ, ມີມານະຈິດ, ຜ່ານຜ່າສະພາບການຫຍຸ້ງຍາກ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາຂອງປະຊາຄົມ, ປະກອບສ່ວນເພີ່ມພູນຄູນສ້າງອຸດົມການທີ່ດີໃຫ້ແກ່ຊາວໜຸ່ມ, ຊຸກຍູ້ການບືນຕົວຂຶ້ນຂອງ ຊາວໜຸ່ມ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຊີ້ແຈ້ງວ່າ:

        ຂ້າພະເຈົ້າສະເໜີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຄິດໄລ່ຄົ້ນຄ້ວາແນວໃດເພື່ອສ້າງນະໂຍບາຍໃຫ້ແກ່ຄົນພິການໃຫ້ນັບມື້ນັບດີຂຶ້ນ ແລະ ມີຄຸນນະພາບກ່ວາ. ຢາກມີນະໂຍບາຍທີ່ດີ ພວກເຮົາຕ້ອງຄິດໄລ່ຈາກກົດໝາຍ. ກົດໝາຍວ່າດ້ວຍຄົນພິການໄດ້ປະກາດໃຊ້ມາເປັນເວລາ 12 ປີແລ້ວ, ໃນໄລຍະຈະມາເຖິງ ພວກເຮົາພະຍາຍາມກວດກາຄືນວ່າ ໃນສະພາບການປັດຈຸບັນແມ່ນເໝາະສົມແລ້ວບໍ່, ຕ້ອງມີການປັບປຸງ, ເພີ່ມເຕີມ ເພື່ອໃຫ້ເໝາະສົມກັບ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຄົນພິການ, ສະພາບການຕົວຈິງກ່ຽວກັບການດຳລົງຊີວິດຂອງຄົນພິການພາຍໃນປະເທດ ກ່ໍຄືປະຕິບັດຄຳໝັ້ນສັນຍາຂອງພວກເຮົາຕໍ່ສົນທິສັນຍາສາກົນກ່ຽວກັບຄົນພິການໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ