ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ຢ້ຽມ​ຢາມ ສ. ອາ​ຟະ​ລິ​ກາ ໃຕ້ ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນຄ່ຳວັນທີ 13 ກັນຍາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງມາຮອດນະຄອນຫຼວງ Pretoria, ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດ ອາຟະລິກາໃຕ້ ແຕ່ວັນທີ 13 ຫາວັນທີ 16 ກັນຍາ.
ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ຢ້ຽມ​ຢາມ ສ. ອາ​ຟະ​ລິ​ກາ ໃຕ້ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ອາຟະລິກາໃຕ້ Candith Mashego-Dlamini ຕ້ອນຮັບ ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ຢູ່ສະໜາມບິນສາກົນ O.R. Tambo (ພາບ: TTXVN)

ການຢ້ຽມຢາມໄດ້ປະກອບສ່ວນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດກວ່າອີກ.

        ໃນຂອບເຂດການຢ້ຽມຢາມ, ຄາດວ່າ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຈະມີການໂອ້ລົມສົນທະນາກັບທ່ານຮອງປະທານາທິບໍດີ ອາຟະລິກາໃຕ້, ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫຼາຍສະບັບ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການພັກສະມັດຊາແຫ່ງຊາດ ອາຟະລິກາ (ANC) ກຳອຳນາດ ຢູ່ ອາຟະລິກາໃຕ້; ພົບປະກັບທ່ານເລຂາທິການໃຫຍ່ ພັກຄອມມູນິດ ອາຟະລິກາໃຕ້; ຕ້ອນຮັບທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ອາຟະລິກາໃຕ້ ແລະ ນັກທຸລະກິດ ອາຟະລິກາໃຕ້; ຕ້ອນຮັບການນຳ ແລະ ນັກທຸລະກິດທ້ອງຖິ່ນ ອາຟະລິກາໃຕ້; ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອາຟະລິກາໃຕ້. ພິເສດ, ໃນການຢ້ຽມຢາມ ຢ່າງເປັນທາງການຄັ້ງນີ້, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ກໍຈະເຂົ້າຢ້ຽມຊົມງານວາງະແດງ, ຕັດແຖບຜ້າເປີດນຳໃຊ້ສູນວັດທະນະທຳ ຫວຽດນາມ ປະຈຳ ອາຟະລິກາໃຕ້, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ສອງປະເທດ ຄົບຮອບ 30 ປີ.

 

ຕອບກັບ

ຂ່າວ/ບົດ​ອື່ນ