ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢ້ຽມຢາມ, ອວຍພອນວັນແພດໝໍ ຫວຽດນາມ

(VOVWORLD) - ທ່າງນາງຮອງປະທານປະເທດຕັກເຕືອນ, ພະນັກງານ, ແພດໝໍ ຍົກສູງລະດັບວິຊາຊີບ, ຈັນຍາບັນຢ່າງບໍ່ຢຸດຢັ້ງ, ປະຕິບັດສຳເລັດພາລະກິດເບິ່ງແຍງດູແລສຸຂະພາບຂອງປະຊາຊົນ.
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢ້ຽມຢາມ, ອວຍພອນວັນແພດໝໍ ຫວຽດນາມ - ảnh 1ທ່ານນາງ ຫວໍທິແອັງຊວນ ລົງຢ້ຽມຢາມ, ອວຍພອນໂຮງໝໍເສນາຮັກ 175 (ກະຊວງປ້ອງກັນປະເທດ)
(ພາບ: ກະຊວງສາທາລະນະສຸກ)

ຕອນເຊົ້າວັນທີ 26 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ລົງຢ້ຽມຢາມ, ອວຍພອນໂຮງໝໍເສນາຮັກ 175 (ກະຊວງປ້ອງກັນປະເທດ) ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນແພດໝໍ ຫວຽດນາມ (27 ກຸມພາ).

        ນະທີ່ນີ້, ທ່າງນາງຮອງປະທານປະເທດຕັກເຕືອນ, ພະນັກງານ, ແພດໝໍ ຍົກສູງລະດັບວິຊາຊີບ, ຈັນຍາບັນຢ່າງບໍ່ຢຸດຢັ້ງ, ປະຕິບັດສຳເລັດພາລະກິດເບິ່ງແຍງດູແລສຸຂະພາບຂອງປະຊາຊົນ. ທ່ານນາງຮອງປະທານປະເທດ ສະເໜີວ່າ ການສ້າງສາ ແລະ ພັດທະນາໂຮງໝໍເສນາຮັກ 175 ກາຍເປັນສູນການແພດທະຫານຫຼາຍຂະແໜງ, ລົງເລິກ, ເທົ່າທຽມກັບພາກພື້ນ ແລະ ສາກົນ; ສືບຕໍ່ສ້າງພື້ນຖານດ້ານວັດຖຸ, ປະກອບບັນດາພາຫະນະອຸປະກອນທັນສະໄໝ, ໝູນໃຊ້ເຕັກໂນໂລຊີກ້າວໜ້າຂອງການແພດໂລກ ໃນການເຄື່ອນໄຫວກວດ, ປິ່ນປົວພະຍາດ.

        ກ່ອນໜ້ານັ້ນ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ລົງອວຍພອນຄະນະການນຳ, ພະນັກງານ, ແພດໝໍ ໂຮງໝໍ ທົ໋ງເຍີດ ນະຄອນ ໂຮ່ຈີມິນ ເຊັ່ນດຽວກັນ.

          ເນື່ອງໃນໂອກາດນີ້, ທ່ານນາງ ເຈືອງທິມາຍ, ຜູ້ປະຈຳການຄະນະເລຂາເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນ ແລະ ລະດົມກຳລັງໃຈແກ່ບັນດາສາດສະດາຈານ, ແພດໝໍ ພ້ອມກັບພະນັກງານ, ພາລະກອນ, ນັກຮົບ, ຜູ້ອອກແຮງງານພວມເຮັດວຽກ ຢູ່ໂຮງໝໍເສນາຮັກສູນກາງ 108.

 

ຕອບກັບ

ຂ່າວ/ບົດ​ອື່ນ