ທ່ານນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ທິ​ແອັງ​ຊວັນ ​ພົບ​ປະເຈ​ລະ​ຈາ ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ຟ​ຼິກ​ກາ​ໃຕ້

(VOVWORLD) - ທີ່ການເຈລະຈາ, ການນຳສອງທ່ານ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນຕະຫຼອດໄລຍະ 3 ທົດສະວັດຜ່ານມາ.
ທ່ານນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ທິ​ແອັງ​ຊວັນ ​ພົບ​ປະເຈ​ລະ​ຈາ ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ຟ​ຼິກ​ກາ​ໃຕ້ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ພົບປະເຈລະຈາ ກັບທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ Paul Mashatile, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ ອາບຟຼິກກາໃຕ້ ຢ່າງເປັນທາງການໃນລະຫວ່າງວັນທີ 14 ຫາວັນທີ 17 ກັນຍາ. ຕອນເຊົ້າວັນທີ 15 ກັນຍາ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດຢູ່ ທຳນຽບປະທານາທິບໍດີ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ແລະ ທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ Paul Mashatile ໄດ້ເປັນປະທານຮ່ວມການພົບປະເຈລະຈາຢ່າງເປັນທາງການ.

ທີ່ການເຈລະຈາ, ການນຳສອງທ່ານ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນຕະຫຼອດໄລຍະ 3 ທົດສະວັດຜ່ານມາ. ຫວຽດນາມ ແລະ ອາບຟຼິກກາໃຕ້ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງກັນຢູ່ອາບຟຼິກກາໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້. ອາບຟຼິກກາໃຕ້ແມ່ນ ຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ອາບຟຼິກກາ ດ້ວຍວົງເງິນສອງສົ້ນບັນລຸເກືອບ 1,3 ຕື້ USD ໃນປີ 2022. ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ວັດທະນະທຳ, ການສຶກສາ - ການບຳລຸງສ້າງ ແລະ ການພົບປະແລກປ່ຽນປະຊາຊົນ ກໍບັນລຸໄດ້ບັນດາບາດກ້າວທີ່ຕັ້ງໜ້າ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດ ແລະ ມາດຕະການໃຫຍ່, ຕັດສິນໃຈຊຸກຍູ້ການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ” ລະຫວ່າງ ຫວຽດນາມ ແລະ ອາບຟຼິກກາໃຕ້ ໃຫ້ຫຼາຍກ່ວາອີກ ໃນໄລຍະຈະມາເຖິງ. ກ່ຽວກັບດ້ານການເມືອງ - ການທູດ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍບົດບາດ ຂອງບັນດາກົນໄກຮ່ວມມືສອງຝ່າຍ, ປັບປຸງກອບນິຕິກຳຜ່ານການປະຕິບັດສຳເລັດ ແລະ ລົງນາມບັນດາຂໍ້ຕົກລົງໃນຂົງເຂດການສຶກສາ, ແຮ່ທາດ…

ຕອບກັບ

ຂ່າວ/ບົດ​ອື່ນ